ສະກຸນເງີນແຕ່ລະປະເທດ - Asean 10

ສະກຸນເງີນແຕ່ລະປະເທດ

ສະກຸນເງິນໃນອາຊຽນ

ສະກຸນເງິນອາຊຽນ ຂອງເຮົາຍັງບໍ່ໄດ້ມີການກຳນົດເງິນສະກຸນກາງ ເຊິ່ງຈະສາມາດໃຊ້ນຳກັນໄດ້ທັງອາຊຽນ 10 ປະເທດ ໂດຍແຕ່ລະປະເທດຍັງຈະໃຊ້ສະກຸນເງິນຂອງຕົນເອງຕໍ່ໄປ ເຊິ່ງເມື່ອເດີນທາງຂ້າມໄປປະເທດໃດຈະຕ້ອງໃຊ້ບໍລິການແລກປ່ຽນເງິນຕາຂອງປະເທດນັ້ນໆ ເຊິ່ງເງິນແຕ່ລະສະກຸນໃນ 10 ປະເທດມີດັ່ງນີ້:

ສະກຸນເງິນຂອງປະເທດບຣູໄນ: ໂດລາບຣູໄນ (ฺBrunei Dollar, BND)

index6-300x149
bnd-300x149
ເງິນໂດລາບຣູໄນມີຄ່າເທົ່າກັບເງິນໂດລາສິງກະໂປ ໂດຍທາງການປະເທດບຣູໄນ ມີການອອກທະນະບັດທີ່ມີມູນຄ່າ 1, 5, 10, 50, 100, 500, 1,000 ແລະ 10,000 ໂດລາ ມີອັດຕາແລກປ່ຽນປະມານว 1.3 BND ຕໍ່ໂດລາສະຫະລັດ ຫຼື ປະມານ 1 BND ຕໍ່ 25 ບາດໄທ.

ສະກຸນເງິນຂອງກຳປູເຈຍ: ຣຽວ (Cambodian Riel, KHR)

images7-300x143
images8-300x139
ເງິນຣຽວກຳປູເຈ້ຍ ມີການຜະລິດທັງຫຼຽນ ແລະ ທະນະບັດຫຼາຍລະດັບລາຄາອອກມາໃຊ້ງານຄື 50, 100, 200, 500, 1,000, 2,000, 5,000, 10,000, 20,000, 50,000 ແລະ 100,000 ຣຽວ ໂດຍອັດຕາແລກປ່ຽນປະມານ 4,000 ຣຽວຕໍ່ໂດລາສະຫະລັດ ການຄ້າຕາມຊາຍແດນ ຫຼື ໃນເມືອງຫຼວງຂອງກຳປູເຈຍ ເຮົາສາມາດໃຊ້ເງິນບາດໄທ ແລະ ເງິນໂດລາສະຫະລັດໃນການຊື້ສິນຄ້າ ແລະ ບໍລິການໄດ້.

ສະກຸນເງີນຂອງມາເລເຊຍ: ຣິງກິດ (Ringgit, MYR)

banknote-100-malaysian-ringgit-obverse-300x138
banknote-100-malaysian-ringgit-reverse-300x139
ເງີນຣິງກິດເລເຊຍມີອັດຕາແລກປ່ຽນປະມານ 1 ຣິງກິດຕໍ່ 10 ບາດໄທ ຫຼື ປະມານ 3.2 MYR ຕໍ່ 1 ໂດລາສະຫະລັດ ເງີນຣິງກິດ ມາເລເຊຍຖຶກຜະລິດອອກມາໃຊ້ງານຫຼາຍລະດັບລາຄາຄື 1, 5, 10, 20, 50 ແລະ 100 ຣິງກິດ.

ສະກຸນເງິນຂອງມຽນມາຈ໊າດ (Myanmar Kyat, MMK)

1000_Kyat_-300x140
MyanmarP80-1000-Kyats-2004_b-300x138
ເງິນຈ໊າດຂອງມຽນມາມີອັດຕາແລກປ່ຽນປະມານ 32 ຈ໊າດ ຕໍ່ 1 ບາດໄທ ຫຼື ປະມານ 1,000 ຈ໊າດຕໍ່ໂດລາສະຫະລັດ ໂດຍມີການຜະລິດທະນະບັດອອກມາໃຊ້ງານຫຼາຍລາຄາຄື  1, 5, 20, 50, 100, 200, 500, 1,000, 5,000 ແລະ 10,000 ຈ໊າດ.

ສະກຸນເງິນຂອງຟິລິບປິນ: ເປໂຊ (Philippine Peso, PHP)

banknote-1000-philippine-peso-obverse-300x121
banknote-1000-philippine-peso-reverse-300x121
ເງິນເປໂຊຟິລິບປິນມີອັດຕາແລກປ່ຽນປະມານ 1.35 ເປໂຊຕໍ່ໜຶ່ງບາດໄທ ຫຼື ປະມານ 44 ເປໂຊຕໍ່ໂດລາສະຫະລັດ ທະນະບັດເປໂຊທີ່ຜະລິດອອກມາໃຊ້ມີຫຼາຍລະດັບລາຄາຄື 20, 50, 100, 200, 500 ແລະ 1,000 ເປໂຊ.

ສະກຸນເງິນຂອງອິນໂດເນເຊຍຣູເປຍ (Indonesian Rupiah, IDR)

banknote-100000-indonesian-rupiah-obverse-300x131
banknote-100000-indonesian-rupiah-reverse-300x131
ເງິນຣູເປຍຂອງອິນໂດເນເຊຍມີອັດຕາແລກປ່ຽນປະມານ 11,700 IDR ຕໍ່ໂດລາສະຫະລັດ ຫຼື ປະມານ 370 IDR ຕໍ່ບາດໄທ ລາຄາຂອງທະນະບັດທີ່ຜະລິດອອກມາໃຊ້ງານຄື 1,000, 2,000, 5,000, 10,000, 20,000, 50,000 ແລະ 100,000 ຣູເປ.

ສະກຸນເງິນຂອງໄທ: ບາດ (Thai Baht, THB)

banknote-1000-thai-baht-obverse-300x130
banknote-1000-thai-baht-rerverse-300x130
ເງິນບາດຂອງໄທມີອັດຕາແລກປ່ຽນປະມານ 35.207 ບາດຕໍ່ 1 ໂດລາສະຫະລັດທະນະບັດ ເງິນບາດໄທຜະລິດອອກມາໃຊ້ງານໃນລະດັບລາຄາຄື 20, 50,100,500ແລະ1,000 ບາດ.

ສະກຸນເງິນຂອງສິງກະໂປ: ໂດລາສິງກະໂປ (Singapore Dollar, SGD)

index3
index4
ເງິນໂດລາສິງກະໂປນັບວ່າເປັນເງິນທີ່ແຂງທີ່ສຸດໃນບັນດາສະກຸນເງິນອາຊຽນທັງໝົດອັດຕາແລກປ່ຽນປະມານ 1.3 SGD ຕໍ່ 1 ໂດລາສະຫະລັດ ຫຼື ປະມານ 1 SGD ຕໍ່ 25 ບາດໄທ ທະນະບັດໂດລາສິງກະໂປທີ່ຜະລິດອອກມາໃຊ້ງານຄື 2, 5 10, 50, 100, 1,000 ແລະ 10,000ໂດລາ.

ສະກຸນເງິນກີບຂອງລາວ: ກີບ (Laotian Kip, LAK)

1186761901-300x130
1186761923-300x130
ເງິນກີບຂອງລາວມີອັດຕາແລກປ່ຽນປະມານ 230ກີບ ຕໍ່ 1 ບາດໄທ ຫຼື ປະມານ 8,000ກີບ ຕໍ່ 1 ໂດລາສະຫະລັດ ທະນະບັດເງິນກີບທີ່ມີການຜະລິດອອກມາໃຊ້ງານຄື 500, 1,000, 2,000, 5,000, 10,000, 20,000, 50,000 ແລະ 100,000 ກີບ.

ສະກຸນເງິນຂອງຫວຽດນາມດົງ (Vietnam Dong, VND)

images4-300x136
images5-300x136
ສະກຸນເງິນດົງຂອງຫວຽດນາມມີອັດຕາແລກປ່ຽນປະມານ 630 ດົງ ຕໍ່ 1 ບາດໄທ ທະນະບັດເງິນດົງທີ່ຜະລິດອອກມາໃຊ້ງານຄື 1,000,2,000, 5,000, 10,000, 20,000, 50,000, 100,000, 200,000 ແລະ 500,000ດົງ.

ສະກຸນເງິນແຕ່ລະປະເທດແມ່ນມີຄວາມແຂງແກ່ນຕາມພາວະເສດຖະກິດຂອງປະເທດນັ້ນໆ ສ່ວນອັດຕາການແລກປ່ຽນແມ່ນຈະມີການປ່ຽນແປງໄປຕາມອັດການຕາແລກປ່ຽນສະກຸນເງິນມີຂຶ້ນມີລົງໃນແຕ່ລະມື້ອາດຈະບໍ່ຄືກັນ.


ທີ່ມາ: ເກຣັດຄວາມຮູ້.ຄອມ, laopost.com, uasean.com

No comments:

Post a Comment