ສັດປະຈຳຊາດ - Asean 10

ສັດປະຈຳຊາດ

ສັດປະຈຳຊາດໃນອາຊຽນ

ASEAN ຫຼື The Association of Southeast Asian Nations : ສະມາຄົມປະຊາຊາດອາຊຽນຕະເວັນອອກສຽງໃຕ້ ປະກອບດ້ວຍສະມາຊິກທັງໝົດ 10 ປະເທດ ແລະ ໃນແຕ່ລະປະເທດກໍ່ມີສັດປະຈຳຊາດຂອງຕົນເອງເຊັ່ນດຽວ ກັນ ເຊິ່ງຈະມີສັດຫຍັງແນ່ນັ້ນເຮົາມາຮູ້ຈັກກັນເລີຍ.

1.ສັດປະຈຳຊາດປະເທດໄທ “ຊ້າງ”



ຊ້າງເປັນສັດປະຈຳຊາດໄທມາຍາວນານ ໂດຍສະໄໝບູຮານມີຊ້າງຢູ່ຫຼາຍນັບແສນຕົວ ຊ້າງສ່ວນຫຼາຍຈະຖືກນຳໃຊ້ໃນການເຮັດສົງຄາມເປັນຫຼັກ ຕໍ່ມາເມື່ອມີອາວຸດທັນສະໄໝເຂົ້າມາແທນທີ່ ຊ້າງຈິ່ງຖືກນຳໄປໃຊ້ແຮງງານເຊັ່ນການນຳໄປລາກໄມ້ໃນປ່າ ແລະ ປັດຈຸບັນຊ້າງເປັນສັດອະນຸລັກທີ່ຖືກໃຊ້ໃນການສະແດງ ແລະ ການທ່ອງທ່ຽວ ປະເທດໄທເຄີຍໃຊ້ຊ້າງເປັນສ່ວນໜຶ່ງຂອງທຸງຊາດຮຽກວ່າທຸງຊ້າງເຜືອກ ກ່ອນຈະປ່ຽນມາໃຊ້ທຸງໄຕລົງ (ທຸງມີສາມຫຼ່ຽມ) ແບບໃນປັດຈຸບັນເມື່ອປີ ພສ 2460 ແຕ່ຍັງມີທຸງໜ່ວຍງານຣາຊະການບາງແຫ່ງທີ່ໃຊ້ຊ້າງເປັນອົງປະກອບ ເຊັ່ນ: ທຸງຂອງຣາຊນາວີໄທ ເປັນຕົ້ນ ດັ່ງນັ້ນຈິ່ງບໍ່ຕ້ອງແປກໃຈເລີຍວ່າເປັນຫຍັງຊ້າງຈິ່ງຖືກຮຽກວ່າເປັນສັດປະຈຳຊາດຂອງໄທ.

2.ສັດປະຈຳຊາດປະເທດກຳປູເຈຍ ກູປຣີ “ກະທິງ ຫຼື ງົວປ່າ”



ກູປຣີ ຫຼື ໂຄໄພ ເປັນສັດຈຳພວກກະທິງ ຫຼື ງົວປ່າ ເປັນສັດກີບຄູ່ ໂຕໃຫຍ່ ໂຄນຂາໃຫຍ່ ປາຍຫາງເປັນພວງ ປັດຈຸບັນກູປຣີຢູ່ໃນສະຖານະສູນພັນ ໂດຍບໍ່ມີລາຍງານການພົບກູປຣີໃນປ່າທຳມະຊາດມາຫຼາຍກວ່າສິບປີແລ້ວ ແຕ່ນັກອະນຸລັກສ່ວນໃຫຍ່ເຊື່ອວ່າ ຍັງສາມາດພົບກູປຣີໄດ້ຕາມຊາຍແດນໄທ-ກຳປູເຈຍ (ແຕ່ບໍ່ເຄີຍມີລາຍງານຢືນຢັນ) ກູປຣີຖືກປະກາດໃຫ້ເປັນສັດປະຈຳຊາດກຳປູເຈຍ ໂດຍສົມເດັດເຈົ້ານະໂຣດົມສີຫະນຸອະດີດກະສັດຂອງກຳປູເຈຍ.

3.ສັດປະຈຳຊາດປະເທດມຽນມາ “ເສືອໂຄ່ງອິນໂດຈີນ”



ສຳລັບເສືອໂຄ່ງອິນດູຈີນເຊິ່ງເປັນສັດປະຈຳຊາດມຽນມານັ້ນພົບວ່າການທີ່ປ່າຂອງມຽນມາມີຄວາມອຸດົມສົມບູນຫຼາຍໂດຍສະເພາະຄືເສືອ ເພາະມັນເປັນສັນຍະລັກຂອງປະເທດ ອີກທັງສະທ້ອນເຖິງການອະນຸລັກປ່າ ແລະ ການປົກປ້ອງສິ່ງແວດລ້ອມພາຍໃນປະເທດ ວັດແທກໄດ້ຈາກເຂດອະນຸລັກພັນເສືອທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກນັ້ນເອງ.

4.ສັດປະຈຳຊາດປະເທດລາວ “ຊ້າງ”



ຊ້າງຖືເປັນສັດຄູ່ບ້ານຄູ່ເມືອງທີ່ມີຄວາມຜູກພັນກັບຊາວລາວເປັນຢ່າງຍິ່ງ ໃນອະດີດໄດ້ຮັບການຮຽກຂານນາມວ່າ ເປັນເມືອງລ້ານຊ້າງ ແຕ່ປັດຈຸບັນປະຊາກອນຊ້າງໃນລາວແມ່ນຢູ່ໃນພາວະວິກິດ ລັດຖະບານລາວຈິ່ງໄດ້ຟື້ນຟູ ແລະ ອະນຸລັກຊ້າງໄວ້ ໂດຍການຈັດງານບຸນຊ້າງຂຶ້ນໃນທຸກປີ ໃນໄລຍະເດືອນກຸມພາ ຂອງທຸກປີ ເຊິ່ງໄດ້ຈັດຕໍ່ເນື່ອງມາເປັນຄັ້ງທີ່ 6 ແລ້ວ.

5.ສັດປະຈຳຊາດປະເທດ ອິນໂດເນເຊຍ “ມັງກອນໂຄໂມໂດ



ມັງກອນໂຄໂມໂດ ເປັນສັດບູຮານຕະກູນສັດເລືອຄານ ຊະນິດໜຶ່ງທີ່ມີຂະໜາດໃຫຍ່ຫຼາຍ ເມື່ອທຽບກັບສັດໃນຕະກູນດຽວກັນ ພົບໄດ້ສະເພາະໃນປະເທດອິນໂດເນເຊຍບໍລິເວນເກາະໂຄໂມໂດ ຣິນດາ, ຟໍເຣສ ແລະ ລີກີໂມຕາງ, ມັນເປັນສັດທີ່ມີນິໄສຮ້າຍ ກວ່າໝູ່ໃນສາຍພັນດຽວກັນ ມັກຢູ່ຮ່ວມກັນເປັນຝູງ ແລະ ສາມາດພົບເຫັນໄດ້ພຽງແຫ່ງດຽວໃນໂລກໃນປະເທດອິນໂດເນເຊຍເທົ່ານັ້ນ ມັງກອນໂຄໂມໂດຈິ່ງຖືກເລືອກເປັນສັດປະຈຳຊາດອິນໂດເນເຊຍ ນອກຈາກຕົວມັງກອນໂຄໂມໂດແລ້ວ ບາງເວັບໄຊຍັງລະບຸສັດຈຳພວກ: ແຮດສະວາ, ລິງອຸລັງອຸຕັງ ແລະ ນົກປະຈຳຊາດ ແມ່ນນົກອິນຊີ ເປັນສັດປະຈຳຊາດຂອງອິນໂດເນເຊຍເຊັ່ນດຽວກັນ.

6.ສັດປະຈຳຊາດປະເທດ ຟິລິບປິນ “ຄວາຍ”



ຄວາຍ (Water Buffalo) ໃນປະເທດຟິລິບປິນນັ້ນ ຖືກນຳມາໃຊ້ແຮງງານເໝືອນໃນປະເທດຫວຽດນາມ ທັງແຮງງານໃນດ້ານການກະເສດ ແລະ ດ້ານການລາກຂອງໜັກ ດັ່ງນັ້ນຄົນຟິລິບປິນຈິ່ງມີຄວາມຜູກພັນກັບຄວາຍເປັນພິເສດ ແລະ ຄວາຍໄດ້ຖືກເລືອກໃຫ້ເປັນສັດປະຈຳຊາດຟີລິປິນດ້ວຍສາເຫດນີ້ເອງ.

7.ສັດປະຈຳຊາດປະເທດ ມາເລເຊຍເສືອມາລາຍູ”



ເສືອໂຄ່ງເປັນສັດປະຈຳຊາດຂອງມາເລເຊຍ ມີຖິ່ນຖານຢູ່ພາກກາງ ແລະ ພາກໃຕ້ຂອງແຫຼມມາລາຢູ ໂດຍເສືອໂຄ່ງນັ້ນໄດ້ຮັບການຍົກຍ້ອງຢ່າງສູງສົ່ງ ດັ່ງປະກົດຢູ່ກາແຜ່ນດິນຂອງມະເລເຊຍ ເພື່ອສະແດງເຖິງກຳລັງ ແລະ ຄວາມກ້າຫານຂອງຊາວມະເລເຊຍ ອີກທັງຍັງໃຊ້ເປັນສົມຍານາມຂອງທີມບານເຕະມະເລເຊຍອີກດ້ວຍ.

8.ສັດປະຈຳຊາດປະເທດ ສິກະໂປສິງ”



ປະເທດສິງກະໂປ ແຕ່ກ່ອນໄດ້ຊື່ວ່າເມືອງ ສິງກະປຸຣະ (Singapura) ເຊິ່ງໝາຍເຖິງເມືອງແຫ່ງສິງ ແຕ່ບໍ່ມີລາຍງານການພົບສິງຢູ່ຕາມທຳມະຊາດໃນປະເທດສິງກະໂປເລີຍ ເນື່ອງຈາກເປັນປະເທດທີ່ບໍ່ມີປ່າໄມ້ ຫຼື ທົ່ງຫຍ້າ ເຊິ່ງຈະເປັນທີ່ອາໄສຂອງສິງໂຕ ມີແຕ່ເລື່ອງເລົ່າທີ່ວ່າມີຜູ້ເຄີຍພົບເຫັນສິງໂຕຢູ່ເທິງແຜ່ນດິນແຫ່ງນີ້ເທົ່ານັ້ນ ແຕ່ເຖິງຢ່າງໃດກໍ່ຕາມສິງກໍ່ຖືເລືອກເປັນສັດປະຈຳຊາດຂອງສິງກະໂປ.

9.ສັດປະຈຳຊາດປະເທດ ຫວຽດນາມຄວາຍ”



ປະເທດຫວຽດນາມເປັນປະເທດທີ່ມີການປູກເຂົ້າລາຍໃຫຍ່ອີກປະເທດໜຶ່ງຂອງໂລກ ແລະ ການປູກເຂົ້າຂອງຊາວຫວຽດນາມນັ້ນຍັງນິຍົມໃຊ້ຄວາຍໄຖນາຢູ່ ດັ່ງນັ້ນວິຖີຊີວິດຂອງຊາວຫວຽດນາມຈິ່ງຜູກພັນກັບຄວາຍຫຼາຍກວ່າສັດຊະນິດອື່ນໆ ໂດຍຈະສາມາດພົບເຫັນຄວາຍໃນພື້ນທີ່ຕ່າງໆຂອງຫວຽດນາມ ດັ່ງນັ້ນຄວາຍຈິ່ງໄປເປັນສັດປະຈຳຊາດຂອງຫວຽດນາມ.

10.ສັດປະຈຳຊາດປະເທດ ບຣູໄນເສືອໂຄ່ງ”



ເສືອໂຄ່ງ ເປັນສັດກິນຊີ້ນຂະໜາດໃຫຍ່ນອກຈາກຈະໄດ້ຮັບການຄັດເລືອກເປັນສັດປະຈຳຊາດຂອງມຽນມາແລ້ວ ຍັງຖືກເລືອກໃຫ້ເປັນສັດປະຈຳຊາດຂອງບຣູໄນອີກເຊັ່ນດຽວກັນ ໂດຍລັກສະນະທາງພູມສັນຖານຂອງປະເທດບຣູໄນ ເຊິ່ງມີພູ ແລະ ປ່າໄມ້ເປັນຈຳນວນຫຼາຍ ມີປະຊາກອນບໍ່ໜາແໜ້ນ ສັດປ່າຈິ່ງບໍ່ຖືກລົບກວນ ຈິ່ງສາມາດພົບເສືອໂຄ່ງສາຍພັນອາຊີເປັນຈຳນວນຫຼາຍ ແລະ ໄດ້ຖືກເລືອກໃຫ້ເປັນສັດປະຈຳຊາດຂອງບຣູໄນ ໃນທີ່ສຸດ.


ຂໍ້ໃຈຂໍ້ມູນຈາກ: sanyarit.wordpress.com, sites.google.com, board.postjung.com, laopost.com

No comments:

Post a Comment