ກ່ຽວກັບອາຊຽນ - Asean 10

ກ່ຽວກັບອາຊຽນ

ກ່ຽວກັບອາຊຽນ

AEC ແມ່ນຫຍັງ

   AEC ຫຼື  Asean Economics Community ແມ່ນການລວມຕົວຂອງຊາດ ອາຊຽນ 10ປະເທດ ໄດ້ແກ່ ລາວ ໄທ ມຽ່ນມາ ຫວຽດນາມ  ມາເລເຊຍ ສີງກະໂປ  ອິນໂດເນເຊຍ  ຟີລີປິນ  ກຳບູເຈຍ  ບູໄນ
ການລວມຕົວຂອງທັງ 10ປະເທດ ນີ້ເພື່ອທີ່ຈະໃຫ້ມີຜົນປະໂຫຍດທາງເສດທະກິດ ຮ່ວມກັນ ເໝືອນກັບການລວມຕົວຂອງກຸ່ມ  Euro Zone
ຊື່ງແຕ່ລະປະເທດຈະມີຜົນປະໂຫຍດຕໍ່ກັນ ເຊັ່ນການທຳທຸລະກຳ ເສດທະກິດ ການນຳເຂົ້າ ສົ່ງອອກ ໄດ້ຍ່າງເສລີຍົກເວັ້ນສີນຄ້າບາງປະເພດທທີ່ແຕ່ລະປະເທດອາດຈະຂໍໄວ້ບໍ່ໃຫ້ລົດພາສີນຳເຂົ້າ(ຮຽກວ່າສີນຄ້າອ່ອນໄຫວ)
ສະມາຄົມເສດຖະກິດອາຊຽນ (ASEAN Economic Community) ຈະເຮີ່ມຕົ້ນ ແລະ ມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2558


ປະຫວັດຄວາມເປັນມາ

ສາມາຄົມປະຊາຊາດແຫ່ງອາຊຽນຕະວັນອອກສຽງໃຕ້ມີຈຸດເຮີ່ມຕົ້ນຂື້ນເມ່ືອເດືອນ ກໍລະກດ ພ.ສ 2504 ໂດຍປະເທດໄທ ມາເລເຊຍ ແລະ ຟີລິປີນ ໄດ້ຮ່ວມກັນຈັດຕັ້ງ ສາມາຄົມອາສາ ຫຼື Association of South East Asia  ຂື້ນເພື່ອການຮ່ວມມືກັນທາງ ເສດຖະກິດ ສັງຄົມແລະ ວັດທະນາທຳ ແຕ່ດຳເນີນການໄດ້ພຽງ 2ປີກໍ່ຕ້ອງຢຸດຊະງັກລົງເນື່ອງຈາກຄວາມຜົກຜັນທາງການເມື່ອງລະຫວ່າງ ປະເທດອິນໂດເນເຊຍ ແລະ ມາເລເຊຍ
ຈົນກະທັ້ງຕໍ່ມາມີການຟື້ນຟູຄວາມສຳພັນລະຫວ່າງປະເທດຂື້ນ ຈື່ງໄດ້ມີການສະແຫວ່ງຫາລູ່ທາງຈັດຕັ້ງອົງການຮ່ວງມືທາງເສດຖະກິດໃນພູມມີພາກ “ສາມາຄົມປະຊາຊາດແຫ່ງອາຊຽນຕະວັນອອກສຽງໃຕ້” ເມື່ອວັນທີ 8 ສີງຫາ ພ.ສ 2510  ຈາກການຖະແຫຼງການອາຊຽນຊື່ງລົງນາມໂດຍ ລັດທະມົນຕີວ່າການກະຊ່ວງການຕ່າງປະເທດຂອງປະເທດສາມາຊີກ ກໍຕັ້ງ 10ປະເທດໄດ້ແກ່ ທຸກປະເທດທີຢູ່ໃນອາຊຽນຕະເວັນອອກສຽງໃຕ້ ຍົກເວັນ ຕີມໍເລສເຕ
ຄວາມປະສົ່ງຂອງການຈັດຕັ້ງກຸ່ມອາຊຽນຂື້ນມາເກີດຈາກຄວາມຕ້ອງການສະພາບແວດລ້ອມພາຍນອກທີ່ມັ້ນຄົງ (ເພື່ອທີ່ຜູ້ປົກຄອງຂອງປະເທດສາມາຊີກຈະສາມາດມຸງຄວາມສົນໃຈໄປທີ່ການສ້າງປະເທດ) ຄວາມຢ້ານຕໍ່ການແພ່ຂະຫຍາຍຂອງລັດທິຄອມມູນິດ ຄວາມຊັດທາ ແລະ ຄວາມເຊື່ອຖືຕໍ່ມະຫາອຳນາດພາຍນອກເສື່ອມຖອຍລົງໃນຊ່ວງ ທົດສະຫວັດ 2500 ຮວມໄປຖືງຄວາມຕ້ອງການໃນກນພັດທະນາເສດທະກິດຂອງປະເທດ ການຈັດຕັ້ງກຸ່ມອາຊຽນມີວັດຖຸປະສົງຕ່າງກັບກາຈັດຕັ້ງສະຫະພາບຢຸໂຮບເນືອງຈາກ ກຸ່ມອາຊຽນຖູກສ້າງຂື້ນເພື່ອສະນັບສະນູນຄວາມເປັນຊາດນີຍົມ
AEC ເປັນການພັດທະນາມາຈາກການເປັນ ສະມາຄົມປະຊາຊາດແຫ່ງອາຊຽນຕະເວັນອອກສຽງໃຕ້ (The Association of South East Asian Nations : ASEAN)  ກໍ່ຕັ້ງຂື້ນຕາມການຖະແຫຼງການບາງກອກ (Bangkok Declaration) ເມື່ອວັນທີ່ 8 ສີງຫາ 2510 ໂດຍມີປະເທດຜູກໍ່ຕັ້ງແຮກເຮີ່ມ 5ປະເທດ ຄື: ອິນໂດເນເຊຍ ມາເລເຊຍ ຟີລິປິນ ສີງກາໂປ ແລະ ໄທ ຕໍ່ມາປີ 2527 ບູໄນ ກໍ່ໄດ້ເປັນສາມາຊີກ ຕາມດ້ວຍ ຫວຽດນາມ ກໍ່ເຂົ້າຮ່ວມເປັນສາມາຊີກ ຕໍ່ມາປີ 2540 ລາວ ແລະ ມຽ່ນມາ ເຂົ້າຮ່ວມ ແລະ ປີ 2542 ກຳບູເຈຍ ກໍ່ໄດ້ເຂົ້າຮ່ວມເປັນສາມາຊີກລຳລັບທີ 10 ເຮັດໃຫ້ ປັດຈຸບັນອາຊຽນເປັນກຸ່ມເສດທະກິດມີພາບຂະໜາດໄຫ່ຍມີປະຊາກອນຮວມກັນເກືອບ 500ລ້ານຄົນ
ຈາກນັ້ນໃນການປະຊຸມສຸດຍອດອາຊຽນຄັ້ງທີ 9 ທີ່ອິນໂດນີເຊຍ ເມື່ອ 7 ຕຸລາ 2546 ຜູ້ນຳປະເທດສາມາຊີກອາຊຽນ ໄດ້ຕົກລົງ ກັນທີ່ຈະຈັດຕັ້ງ ສະມາຄົມອາຊຽນ (ASEAN Community)  ຊື່ປະກອບດ້ວຍ 3ເສົາຫຼັກຄຶ:
1.ສະມາຄົມເສດຖະກິດອາຊຽນ (Asean Economic Community:AEC)
2.ສະມາຄົມສັງຄົມ ແລະ ວັດທະນາທໍາອາຊຽນ (Socio-Cultural Pillar)   
3.ສະມາຄົມຄວາມໝັ້ນຄົງຂອງອາຊຽນ (Political and Security Pillar)
ຄຳຂວັນຂອງອາຊຽນ  “ One Vision, One Identity, One Community.”  ໜືື່ງວິໃສທັດ   ໜື່ງເອກກະລັກ   ໜື່ງສະມາຄົມ
ເລີ່ມກຳນົດເປົ້າໝາຍທີ່ຈະຕັ້ງຂື້ນໃນປີ 2563 ແຕ່ຕໍ່ມາໄດ້ຕົກລົງກັນເລື່ອນກໍານົດໃຫ້ໄວຂື້ນເປັນປີ 2558 ແລະ ກ້າວສຳຄັນຕໍ່ມາຄື ບົດບາດຂອງອາຊຽນ  (ASEAN Charter) ຊື່ງມີຜົນໃຊ້ບັງຄັບແລ້ວຕັ້ງແຕ່ເດືອນທັນວ່າ ປີ 2552 ນັບເປັນການຍົກລະດັບ ຄວາມຮ່ວມມືຂອງອາຊຽນເຂົ້າສູ່ມິຕີໃຫ່ມ ໃນການສ້າງສະມາຄົມ ໂດຍພື້ນຖານທີ່ແຂ່ງແກ່ງ ທາງກດໝາຍ ແລະ ມີອົງກອນຮອງຮັບການກຳນີນການເຂົ້າສູ່ເປົ້າໝາຍດັ່ງກ່າວພາຍໃນປີ 2558
ປະຈຸບັນປະເທດສະມາຊີກອາຊຽນ ຮວມມີ 10 ປະເທດ ໄດ້ແກ່ ລາວ  ໄທ  ມຽ່ນມາ  ມາເລເຊຍ  ອິນໂດເນເຊຍ  ຟີລິປິນ ສີງກາໂປ ຫວຽດນາມ ກຳບູເຈຍ  ບູໄນ
ສຳລັບຫຫຼັບເສົາຫຼັກການຈັດຕັ້ງປະຊາຄົມເສດຖະກິດອາຊຽນ (ASEAN Economic Community ຫຼື AEC ) ພາຍໃນປີ 2558 ເພືອໃຫ້ອາຊຽນມີການເຄືອນຍ້າຍສີນຄ້າ ບໍລິການ ການລົງທຸນ ແຮງງານຝີມື ຢ່າງເສລີ ແລະ ເງີນທຸນທີ່ ເສລີຂື້ນ ຕໍ່ມາໃນປີ 2550 ອາຊຽນໄດ້ຈັດຕັ້ງພີມຂຽວ ເພື່ອຈັດຕັ້ງປະຊາຄົມເສດຖະກີດອາຊຽນ (AEC Blueprint)  ເປັນແຜນບູລະນະການງານດ້ານ ເສດຖະກີດ ໃຫ້ເຫັນພາຮວມໃນການມຸ່ງໃສ AEC  ຊື່ປະກອບດ້ວຍແຜນງານເສດຖະກີດໃນດ້ານຕ່າງໆ ພ້ອມບອກໄລ່ຍະເວລາທີຊັດເຈນໃນການດຳເນີນມາຕະການຕ່າງົ ຈົນບັນລຸເປົ້າໝາຍພາຍໃນປີ 2558 ລວມທັງການໃຫ້ຄວາມ ຍືດຫຍຸ່ນຕາມທີ່ປະເທດສະມາຊີກໄດ້ຕກລງກັນລ່ວງໜ້າ
ໃນອານາຄົດ AEC  ຈະເປັນອາຊຽນ +3 ໂດຍຈະເພີ່ມປະເທດ ຈີນ  ເກົາຫຼີໃຕ້ ແລະ ຍີ່ປຸ່ນ ເຂົ້າ່ມາຢູ່ດ້ວຍ ແລະ ຕໍ່ໄປກໍ່ຈະມີການເຈລະຈາອາຊຽນ +6 ຈະມີປະເທດ ຈີນ  ເກົາຫຼີໃຕ້   ອອດສເຕີລ  ນີວຊີແລນ ແລະ ອິນເດຍຕໍ່ໄປ


ຂໍ້ມູນຈາກ ເວີບໄຊ phetsara.wordpress.com

No comments:

Post a Comment