6ວິທີພັດທະນາຕົນ - Asean 10

6ວິທີພັດທະນາຕົນ

6ວິທີພັດທະນາຕົນ

ມື້ນີ້ເຮົາຈະມາບອກເຄັບລັບກ່ຽວກັບການກຽມພ້ອມທັງເລື່ອງຄວາມຮູ້ ຄວາມຄິດ ແລະ ພຶດຕິກຳທີ່ຄວນປັບປຽ່ນ ເມື່ອເຂົ້າເປັນປະຊາຄົມອາຊຽນຢ່າງເຕັມຕົວດັ່ງລຸ່ມນີ້:

b8ec1cd0454c5017664198f8202cf268-300x200

1.ຮຽນຮູ້ຈັກພາສາທີ່ໃຊ້ໃນການສື່ສານ

ໃນຍຸກສະໄໝນີ້ ໂລກເຮົາມີການເປີດກ້ວາງໄວຫຼາຍ ບໍ່ວ່າຈະເປັນເລື່ອງຂອງການເຮັດວຽກ ເທກໂນໂລຢີ ດ້ານເສດຖະກິດ ຫຼື ລວມທັງການສືກສາກໍ່ສຳຄັນ ປະຈຸບັນການສື່ສານກັບຕ່າງປະເທດນັ້ນຈຳເປັນຫຼາຍ ເພາະໂລກເຮົາມີການຕິດຕໍ່ເຊືອມໂຍງກັນຫຼາຍຂື້ນ ເຮົາຄວນຈະຮຽນຮູ້ພາສາໃຫ້ຫຼາຍຂື້ນ ຢ່າງນ້ອຍພາສາອັງກິດກໍ່ຄວນເປັນພາສາພື້ນຖານ ພາສາທີ2 ເພາະບໍ່ວ່າເຮົາຈະຮຽນ ມີວຽກ ຖ້າເຮົາໄດ້ພາສາເຮົາຈະມີຄວາມກ້າວໜ້າເພີ່ມຍິ່ງໆຂື້ນ ແລະ ຍັງເປັນຂໍ້ໄດ້ປຽບທີ່ສຳຄັນທີ່ສຸດເມື່ອເຂົ້າເປັນປະຊາຄົມອາຊຽນ.


%E0%BA%BB-300x134

2. ເປີດໃຈກວ້າງ

ຄວນເປັນຄົນທີ່ເປີດໃຈກວ້າງ ນັ້ນກໍ່ຄື ພ້ອມຮຽນຮູ້ທີ່ຈະຍອມຮັບຄວາມແຕກຕ່າງຂອງຄົນໃນສັງຄົມ ແລະ ເຂົ້າໃຈໃນວັດທະນາ ແລະ ວິທີຊິວິດທີ່ລາກຫຼາຍຈາກປະເທດເພື່ອນບ້ານເຮົາ ຄວນແລກປ່ຽນສິ່ງດີໆເຊິ່ງກັນແລະກັນ ເຊັ່ນ: ການສອນພາສາໃຫ້ກັນ ຂ້ອຍສອນໃຫ້ເຈົ້າ ເຈົ້າສອນໃຫ້ຂ້ອຍ ເພາະຍັງຈະຖືໂອກາດໄດ້ໝູ່ຕ່າງຊາດເພີ່ມຂື້ນອີກດ້ວຍ.

%D0%BC%D0%B5%D0%BB%D0%BA%D0%B8%D0%B9-%D1%88%D1%80%D0%B8%D1%84%D1%82-300x2253. ຄິດໃຫ້ໄດ້ວິເຄາະໃຫ້ເປັນ

ໃນໂລກເຮົາປະຈຸບັນລ້ວນມີເລືອງ ແປກໆ ແລະ ລືກລັບຫຼາຍ ໃຫ້ເຮົາໄດ້ຄົ້ນຄວາມຫາຄວາມຮູ້ ແລະ ນອກຈາກການໄຝ່ຫາຄວາມຮູ້ແລ້ວ ເວລາເຮົາເຈີບັນຫາຍັງ ຫຼື ສິ່ງທ່າທາຍຕ່າງໆ ເຮົາກໍ່ຄວນມີຄວາມຄິດເພື່ອປັບປຸງ ຫຼື ແກ້ໄຂໄດ້ຢ່າງຮອບດ້ານ ວິເຄາະວ່າຖືກຜິດໄດ້.

%E0%B8%81%E0%B8%B2%E0%B8%A3%E0%B8%9A%E0%B8%A3%E0%B8%B4%E0%B8%AB%E0%B8%B2%E0%B8%A3%E0%B9%80%E0%B8%87%E0%B8%B4%E0%B8%99%E0%B8%AA%E0%B8%94%E0%B9%83%E0%B8%99%E0%B8%98%E0%B8%B8%E0%B8%A3%E0%B8%81%E0%B8%B4%E0%B8%88-%E0%B9%82%E0%B8%94%E0%B8%A2%E0%B8%81%E0%B8%B2%E0%B8%A3%E0%B8%A7%E0%B8%B4%E0%B9%80%E0%B8%84%E0%B8%A3%E0%B8%B2%E0%B8%B0%E0%B8%AB%E0%B9%8C%E0%B8%A7%E0%B8%87%E0%B8%88%E0%B8%A3%E0%B9%80%E0%B8%87%E0%B8%B4%E0%B8%99%E0%B8%AA%E0%B8%94-300x1674. ປັບໂຕໃຫ້ໄດ້

ມີຄວາມຮູ້ແລ້ວ ເປີດໃຈໃຫ້ກວ້າງແລ້ວ ຍອມຮັບຟັງແລ້ວ ແຕ່ບໍ່ປະຕິບັດນຳກໍ່ຄົງບໍ່ເກີດປະໂຫຍດໃດໆ ດັ່ງນັ້ນຄວນຮູ້ຈັກຟັງແລ້ວຄິດ ຄິດແລ້ວນຳໄປໝູນໃຊ້ໃຫ້ເກີດປະໂຫຍດ ໃຊ້ເພື່ອໃຫ້ຢູ່ຫຼອດໃນສັງຄົມທີ່ທຸກຄົນມີຄວາມແຕກຕ່າງ ເພື່ອການຢູ່ຮວມກັນຢ່າງເປັນສຸກ.


shutterstock_437844922-resize-1024x683-300x2005. ເຝິກນິໄສໃຫ້ເໝາະສົມ

ຄົນລາວເຮົາ ສ່ວນຫຼາຍມັກມີນິໃສຕິດຄວາມມັກງ່າຍ ແຕ່ເມື່ອເຮົາຕ້ອງເຮັດງານປະສານງານກັບຄົນຕ່າງຊາດ ຄົນລາວມັກຈະມີບັນຫາເຊັ່ນ: ມັກບໍ່ຕົງເວລາ ເລື່ອງບໍ່ສະແດງຄວາມຄິດເຫັນ ບໍ່ມັກການເຮັດວຽກເປັນທີມ ດັ່ງນັ້ນຄວນເຝິກຝົນໃຫ້ເຂົ້າຕາມສະພາບແວດລ້ອມເພື່ອຢູ່ຮ່ວມກັນໄດ້.


new-information-technology-news-300x113

6. ໃຊ້ອິນເຕີເນັດແລະເທັກໂນໂລຢີໃຫ້ເປັນປະໂຫຍດ

ອິນເຕີເນັດແລະເທັກໂນໂລຢີໃໝ່ໆ ເຮົາຕ້ອງຮູ້ຈັກໃຊ້ເທັກໂນໂລຢີເຫຼົ່ານີ້ໃຫ້ເປັນປະໂຫຍດດ້ວຍການຮຽນພາສາ ຫາຄວາມຮູ້ ອ່ານຂ່າວສານປະຈຳວັນ ຮັບຂ່າວສານໃຫ້ທັນໂລກ ເຊິ່ງນອກຈາກຄອມພິວເຕີແລ້ວ ສະມາດໂຟນມີບົດບາດຫຼາຍຂື້ນ ສາລະພັດແອປທີ່ເຮົາໂຫລດມາໄວ້ໃນໂທລະສັບ ເຮົາເລືອກໃຊ້ຫາຄວາມຮູ້ ເຊັ່ນ: MyMemolody ຂອງEnconcept ແອປຄວາມຮູ້ປະຊາຄົມອາຊຽນ.


ຂໍຂອບໃຈຂໍມູນຈາກ  Mthai.com

No comments:

Post a Comment