ອາຊຽນ 10 ປະເທດ
ອາຊຽນ (ASEAN,Association of South East Nation) ຫຼື ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກສຽງໃຕ້ຖຶກຕັ້ງຂື້ນຕາມປະຕິຍາກຸງເທບ (Bangkok Declaration) ເມື່ອວັນທີ່ 8 ສິງຫາ ປີ1967 ໂດຍມີປະເທດອາຊຽນທີ່ເປັນສະມາຊິກເລິ່ມຕົ້ນຈຳນວນ 5 ປະເທດຄື: ໄທ, ອິນໂດເນເຊຍ, ສິງກະໂປ, ມາເລເຊຍ ແລະ ຟິລິບປິນຕໍ່ມາຈຶ່ງມີປະເທດຂໍເຂົ້າຮ່ວມເປັນສະມາຊິກເພິ່ມອີກ 5 ປະເທດຄື: ບູໄນ,ຫວຽດນາມ,ລາວມຽນມາ ແລະ ກຳປູເຈຍ ຕາມລຳດັບ ເຮັດໃຫ້ປະເທດອາຊຽນມີທັງໝົດ 10 ປະເທດໃນປັດຈຸບັນ.
![](http://asean.la/wp-content/uploads/2017/08/1.jpg)
ອາຊຽນ 10 ປະເທດ
ກຸ່ມຊາດສະມາຊິກອາຊຽນທັງ 10 ປະເທດລຽງຕາມຕົວອັກສອນ ມີດັ່ງນິ້:
1.ປະເທດບູໄນ (Brunei)
ປະເທດບູໄນເຂົ້າຮ່ວມເປັນສະມາຊິກອາຊຽນເປັນປະເທດທີ່ 6 ເມື່ອວັນທີ່ 8 ມັງກອນ 1984 ພາຍຫຼັງໄດ້ຮັບເອກກະສາດຈາກປະເທດອັກກິດ.
![](http://asean.la/wp-content/uploads/2017/08/2.jpg)
ຂໍ້ມູນທົ່ວໄປຂອງປະເທດບູໄນ.
- ຊື່ພາສາອັງກິດ: Negara Bruei Darussalam
- ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
- ເມື່ອງຫຼວງ: ບັນດາເສລີເບກາວັນ (Bandar ser Begawan)
- ພາສາລາດສະການ: ພາສາເມລາ (Malay)
- ສາສະໜາ: ອິສລາມ 67%, ພຸດ 13%, ຄຣິສ 10% ແລະ ອິນດູ10%
- ສິນຄ້ານຳເຂົ້າສໍາຄັນ: ເຄື່ອງຈັກອຸດສາຫະກຳລົດຍົນ ແລະ ເຄື່ອງໃຊ້ໄຟຟ້າ
- ສິນຄ້ານຳສົ່ງອອກສໍາຄັນ: ນໍ້າມັນດິບ ແລະ ກາສທຳມະຊາດ
- ສະກຸນເງີນ: ບູໄນໂດຣາ (Brunei dollar, BND)
- ວັນຊາດ: ວັນທີ 23 ກຸມພາ
- ເນຶ້ອທີ່: 2,226 (5,765ຕາລາງກິໂລແມັດ)
- ຈຳນວນປະຊາກອນ: 415,717 ຄົນ
- ການປົກຄອງ: ລະບອບສົມບູນສິດທິລາຊາ
- ພູມອາກາດ: ອຸ່ນຫະພູມສະເລ່ຍ 24 – 32 ອົງສາເຊ
- Time Zone : UTC+8
- GDP: 21,907 ລ້ານໂດຮາສະຫະລັດ
- ລາຍໄດ້ຕໍ່ປະຊາກອນ: 50,440 ໂດຮາສະຫະລັດຕໍ່ປີ
- ລະຫັດໂທລະສັບ (IDC): +673
- ດອກໄມ້ປະຈຳຊາດແມ່ນ: ດອກຊິມປໍ
- ສັດປະຈຳຊາດແມ່ນ: ເສືອໂຄ່ງ
- ອາຫານປະຈຳຊາດ : ອໍາບູຍັດ
2.ປະເທດກຳປູເຈຍ (Cambodia)
ປະເທດກຳປູເຈຍເຂົ້າຮ່ວມເປັນສາມາຊິກກຸ່ມອາຊຽນເປັນລຳດັບສຸດທ້າຍຄື: ລຳດັບທີ່ 10 ທັ້ງໆທີ່ຢືນຄວາມຈຳນົງເຂົ້າມາພ້ອມກັບລາວ ແລະ ພະມາ (ລຳດັບທີ່ 8 ແລະ 9) ແຕ່ເນື່ອງຈາກຄວາມບໍ່ສະງົບພາຍໃນປະເທດ ຈື່ງຕ້ອງມີການເລື່ອນການພິຈາລະນາອອກໄປ ຈົນເມື່ອເຫດການສະງົບແລ້ວ ກຸ່ມອາຊຽນຈື່ງຮັບກຳປູເຈຍເຂົ້າເປັນສາມາຊິກຢ່າງເປັນທາງການເມື່ອວັນທີ່ 30 ເມສາ 1999.
![](http://asean.la/wp-content/uploads/2017/08/3.jpg)
ຂໍ້ມູນທົ່ວໄປຂອງປະເທດກຳປູເຈຍ.
- ຊື່ພາສາອັງກິດ: kingdom of Cambodia
- ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
- ເມື່ອງຫຼວງ: ພະນົມເປັນ (Phnom Penh)
- ພາສາລາດຊະການ: ພາສາຂະເໝມ
- ສາສະໜາ: ພຸດ 90% ສ່ວນສາດສະໜາອື່ນໆ 10%
- ສິນຄ້ານຳເຂົ້າສໍາຄັນ: ຜະລິດຕະພັນປີຣໂຕລຽມ, ວັດຖຸກໍສ້າງ, ເຄື່ອງຈັກພະຫະນ ແລະເຄື່ອງໃຊ້ໄຟຟ້າ.
- ສິນຄ້ານຳສົ່ງອອກສໍາຄັນ: ເສຶ້ອຜ້າ, ຢາງພາລາ, ຢາສູບ ແລະ ເຂົ້າ.
- ສະກຸນເງິນ: ຣຽວ (Riel,KHR)
- ວັນຊາດ: ວັນທີ 9 ພະຈິກ
- ເນື້ອທີ່: 69,898 ຕາລາງ (181,035 ຕາລາງກິໂລແມັດ)
- ຈຳນວນປະຊາກອນ: 15,205,539 ຄົນ
- ການປົກຄອງ: ລະບອບປະຊາທີປະໄຕ
- ພູມອາກາດ: ຮ້ອນຂື້ນມີລະດູຝົນຍາວດົນອຸ່ນຫະພູມສະເລ່ຍ 20-36 ອົງສາເຊ
- Time Zone: UTC+7
- GDP: 17,250 ລ້ານໂດຮາສະຫະລັດ
- ລາຍໄດ້ຕໍ່ປະຊາກອນ: 1,108 ໂດຮາສະຫະລັດ
- ລະຫັດໂທລະສັບ (IDC): +855
- ອາຫານປະຈຳຊາດ: ອາມ່ອກ
- ດອກໄມ້ປະຈຳຊາດແມ່ນ: ດອກລຳດວນ
- ສັດປະຈຳຊາດແມ່ນ: ກະທິງ ຫຼື ງົວປ່າ
3.ປະເທດອິນໂດເນເຊຍ (lndonesia)
ປະເທດອິນໂດເນເຊຍຖືວ່າເປັນປະເທດຜູ້ຮ່ວມກໍ່ຕັ້ງອາຊຽນຮ່ວມກັບອີກ 4 ປະເທດຄື: ໄທ, ສິງກະໂປ, ມາເລເຊຍ ແລະ ພິລິບປິນ ໂດຍເຂົ້າຮ່ວມເປັນສາມາຊິກຕັ້ງແຕ່ເລິ່ມຕົ້ນ ເມື່ອວັນທີ່ 8 ສິງຫາ 1967 ພາຍຫຼັງການລົງນາມໃນປະຕິຍາກຸງເທບ.
![](http://asean.la/wp-content/uploads/2017/08/b3_4-300x198.jpg)
ຂໍ້ມູນທົ່ວໄປຂອງປະເທດອິນໂດເນເຊຍ.
- ຊື່ພາສາອັງກິດ: Republic of lndonesia
- ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
- ເມື່ອງຫຼວງ: ຈາກາຕ້າ (Jakarta)
- ພາສາລາດຊະການ: ພາສາອິນໂດເນເຊຍ (lndonesia)
- ສາສະໜາ: ອິສລາມ 88%, ພຸດ 1% ຄຣິສ 8% ແລະ ອິນດູ2% ອື່ນໆ 1%
- ສິນຄ້ານຳເຂົ້າສໍາຄັນ: ນໍ້າມັນ, ເຫຼັກ, ທໍ່ເຫຼັກ ແລະ ພະລິດຕະພັນເຫຼັກ
- ສິນຄ້ານຳສົ່ງອອກສໍາຄັນ: ກາສທໍາມະຊາດ, ແຮ່ທາດ, ຖ່ານຫີນ ແລະ ພະລິດຕະພັນຈາກໄມ້
- ສະກຸນເງີນ: ຣູເປຍ (Rupiah, IDR)
- ວັນຊາດ: ວັນທີ 17 ສິງຫາ
- ເນື້ອທີ່: 735,358 ຕາລາງ (1,904,569 ຕາລາງກິໂລແມັດ)
- ຈຳນວນປະຊາກອນ: 253,603,649 ຄົນ
- ການປົກຄອງ: ລະບອບປະຊາທີປະໄຕ
- ພູມອາກາດ: ມີອາກາດຮ້ອນຂື້ນແບບສູນສຸດປະກອບດ້ວຍ 2 ລະດູຄື ລະດູແລ້ງ(ພຶດສະພາ – ຕຸລາ) ແລະ ລະດູຝົນ(ພະຈິກ – ເມສາ)ສະເລ່ຍ 26 – 33 ອົງສາເຊ
- Time Zone: UTC+7 ເຖິງ +9
- GDP: 2.388 ລ້ານໂດຮາສະຫະລັດ
- ລາຍໄດ້ຕໍ່ປະຊາກອນ: 9,559 ໂດຮາສະຫະລັດຕໍ່ປີ
- ລະຫັດໂທລະສັບ (IDC): +62
- ອາຫານປະຈຳຊາດ: ກາໂດກາໂດ
- ດອກໄມ້ປະຈຳຊາດແມ່ນ: ດອກກ້ວຍໄມ້
- ສັດປະຈຳຊາດແມ່ນ: ມັງກອນໂຄໂມໂດ
4.ປະເທດລາວ (Laos, PDR)
ປະເທດ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງອາຊຽນເປັນລຳດັບທີ່ 8 ເມື່ອວັນທີ່ 23 ກໍລະກົດ 1997 ໂດຍເຂົ້າເປັນປະເທດອາຊຽນພ້ອມກັບມຽນມາ ລາວນັບໄດ້ວ່າເປັນປະເທດໃນກຸ່ມອາຊຽນປະເທດ ດຽວທີ່ບໍ່ມີທາງອອກທະເລ ແຕ່ເປັນປະເທດທີ່ມີຊັບພະຍາກອນທຳມະຊາດຫຼາກຫຼາຍ ແລະ ໃຊ້ແມ່ນ້ຳຂອງ ເປັນເສັ້ນທາງຫຼັກໃນການຄົມມະນາຄົມຂົນສົ່ງ ແລະ ສໍາຫຼັບການສ້າງເຂື່ອນເພຶ່ອຜະລິດກະແສໄຟຟ້າເພຶ່ອ ໃຊ້ໃນປະເທດ ແລະ ສົ່ງຂາຍໃຫ້ກັບປະເທດເພຶ່ອນບ້ານ.
![](http://asean.la/wp-content/uploads/2017/08/5.jpg)
ຂໍ້ມູນທົ່ວໄປຂອງປະເທດລາວ.
- ຊື່ພາສາອັງກິດ: Lao People’s Democratic Republic
- ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
- ເມື່ອງຫຼວງ: ວຽງຈັນ (Vientiane)
- ພາສາລາດຊະການ: ພາສາລາວ (Lao)
- ສາສະໜາ: ປະຊາຊົນລາວປະມານ 75% ນັບຖືສາດສະໜາພຸດ, 16,5% ນັບຖືສາດສະໜາຜີ ແລະ 8,5% ນັບຖືສາດສະໜາອື່ນໆ
- ສິນຄ້ານຳເຂົ້າສໍາຄັນ: ພາຫະນະ ແລະ ອາໄຫຼ່, ເຄື່ອງໄຟຟ້າ ແລະ ເຄື່ອງອຸປະໂພກບໍລິໂພກ.
- ສິນຄ້ານຳສົ່ງອອກສໍາຄັນ: ໄມ້, ຜະລິດຕະພັນໄມ້,ຄໍາ,ທອງແດງ,ຖ່ານຫີນ ແລະ ກະແສໄຟຟ້າ.
- ສະກຸນເງີນ: ກີບ (Kip,LAK)
- ວັນຊາດ: ວັນທີ 2 ທັນວາ.
- ເນື້ອທີ່: 91,429 ຕາລາງ (236,800 ຕາລາງກິໂລແມັດ)
- ຈຳນວນປະຊາກອນ: 6,695,166 ຄົນ
- ການປົກຄອງ: ລະບອບສັງຄົມນິຍົມ ມີພັກກອມມູນິດເປັນຜູ້ບໍລິຫານສູງສຸດ.
- ພູມອາກາດ: ອຸ່ນຫະພູມສະເລ່ຍ 29 – 32 ອົງສາເຊ
- Time Zone: UTC+7
- GDP: 20,780 ລ້ານໂດຮາສະຫະລັດ
- ລາຍໄດ້ຕໍ່ຫົວປະຊາຊົນ: 3,100 ໂດຮາສະຫະລັດຕໍ່ປີ
- ລະຫັດໂທລະສັບ (IDC): +856
- ອາຫານປະຈໍາຊາດ: ຕໍາສົ້ມ.
- ດອກໄມ້ປະຈຳຊາດແມ່ນ: ດອກຈຳປາ.
- ສັດປະຈຳຊາດແມ່ນ: ຊ້າງ.
5.ປະເທດມາເລເຊຍ (Malaysia)
ປະເທດມາເລເຊຍເປັນສະມາຊິກຜູ້ຮ່ວມກໍ່ຕັ້ງກຸ່ມອາຊຽນ ເມື່ອທີ່ 8 ສິງຫາ 1967.
![](http://asean.la/wp-content/uploads/2017/08/6.jpg)
ຂໍ້ມູນທົ່ວໄປຂອງປະເທດມາເລເຊຍ.
- ຊື່ພາສາອັງກິດ: Malaysia
- ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
- ເມື່ອງຫຼວງ: ກົວລາລໍາເປີ (Kuala Lumpur,KL)
- ພາສາລາດຊະການ: ພາສາມາເລ (Malaysian Malay)
- ສາສະໜາ: ອິສລາມ 60%, ພຸດ 19% ຄຣິສ 12%, ອື່ນໆ 9%
- ສິນຄ້ານຳເຂົ້າສໍາຄັນ: ອຸປະກອນໄຟຟ້າ, ເອເລັກໂທຼນິກ,ເຄື່ອງຈັກອຸສາຫະກໍາ, ສິນຄ້າແປຮູບ.
- ສິນຄ້ານຳສົ່ງອອກສໍາຄັນ: ອຸປະກອນໄຟຟ້າ,ເອເລັກໂທນິກ,ນໍ້າມັນດິບ,ກາສທໍາມະຊາດ,ປີໂຕລຽມ,ເຟີນິເຈີ,ຢາງ ແລະນໍ້າມັນປາ
- ວັນຊາດ: ວັນທີ 31 ສິງຫາ.
- ສະກຸນເງີນ: ຣັງກິດ (Ringgit, MYR)
- ເນື້ອທີ່: 127,355 ຕາລາງ (329,847 ຕາລາງກິໂລແມັດ)
- ຈຳນວນປະຊາກອນ: 30,000,000 ຄົນ
- ການປົກຄອງ: ລະບອບປະຊາທີປະໄຕ
- ພູມອາກາດ: ຮ້ອນອຸ່ນຫະພູມສະເລ່ຍ 22 – 36 ອົງສາເຊ
- Time Zone: UTC+8
- GDP: 555,912 ລ້ານໂດຮາສະຫະລັດ
- ລາຍໄດ້ຕໍ່ຫົວປະຊາກອນ: 18,509 ໂດຮາສະຫະລັດຕໍ່ປີ
- ລະຫັດໂທລະສັບ (IDC): +60
- ອາຫານປະຈໍາຊາດ: ນາຊີເລພາກ.
- ດອກໄມ້ປະຈຳຊາດແມ່ນ: ດອກໄມ້ແດງ.
- ສັດປະຈຳຊາດແມ່ນ: ເສືອມາລາຍູ.
ປະເທດມ້ຽນມາ (Myanmar)
ປະເທດມ້ຽນມາເຂົ້າຮ່ວມເປັນສະມາຊິກຂອງອາຊຽນເປັນລຳດັບທີ່ 9 ເມື່ອວັນທີ່ 23 ກໍລະກົດ 1997 (ວັນດຽວກັບປະເທດລາວ).
![](http://asean.la/wp-content/uploads/2017/08/7.jpg)
ຂໍ້ມູນທົ່ວໄປຂອງປະເທດມ້ຽນມາ.
- ຊື່ພາສາອັງກິດ: Republic of the Union of Myanmar
- ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
- ເມື່ອງຫຼວງ: ເນປີດໍ (Naypyidaw)
- ພາສາລາດຊະການ: ພາສາມ້ຽນມາ (Burmese)
- ສາສະໜາ: ອິສລາມ 3,8%, ພຸດ 90% ຄຣິສ 5% ອິນດູ 0,05%
- ສິນຄ້ານຳເຂົ້າສໍາຄັນ: ອຸປະກອນໄຟຟ້າ, ເອເລັກໂທນິກ, ເຄື່ອງຈັກອຸດສາຫະກໍາ,ສິນຄ້າແປຮູບ ແລະ ສິນຄ້າອາຫານ.
- ສິນຄ້ານຳສົ່ງອອກສໍາຄັນ: ກາສທໍາມະຊາດ, ການທິເໜ.
- ວັນຊາດ: ວັນທີ 4 ມັງກອນ
- ສະກຸນເງີນ: ຈ໊າດ (Kyat,MMk)
- ເນື້ອທີ່: 261,227 ຕາລາງ (676,578 ຕາລາງກິໂລແມັດ)
- ຈຳນວນປະຊາກອນ: 51,419,420 ຄົນ
- ການປົກຄອງ: ລະບອບປະຊາທີປະໄຕແບບລັດສະພາ ມີປະຊານາທີບໍດີເປັນປະມຸກ.
- ພູມອາກາດ: ສະເລ່ຍ 21 – 32 ອົງສາເຊ
- Time Zone: UTC+6:30
- GDP: 111,120 ລ້ານໂດຮາສະຫະລັດ
- ລາຍໄດ້ຕໍ່ຫົວປະຊາກອນ: 1,711 ໂດຮາສະຫະລັດຕໍ່ປີ
- ລະຫັດໂທລະສັບ (IDC): +95
- ອາຫານປະຈຳຊາດ: ຫລ່າເພັດ
- ດອກໄມ້ປະຈຳຊາດແມ່ນ: ດອກປະດູ່
- ສັດປະຈຳຊາດແມ່ນ: ເສືອໂຄ່ງອິນໂດຈີນ
ປະເທດຟິີລິບປິນ (Philippines)
ປະເທດຟິລິບປິນກໍເປັນອີກໜື່ງສະມາຊິກຜູ້ຮ່ວມກໍ່ຕັ້ງກຸ່ມອາຊຽນ ເມື່ອວັນທີ່ 8 ສິງຫາ 1967.
ຂໍ້ມູນທົ່ວໄປຂອງປະເທດຟິລິບປິນ.
- ຊື່ພາສາອັງກິດ: Republic of the Philippines
- ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
- ເມື່ອງຫຼວງ: ມະນີລາ (Manila)
- ພາສາລາດຊະການ: ພາສາກາລ໊ອກ ແລະ ພາສາອັງກິດ (Filipino/English)
- ສາສະໜາ: ອິສລາມ 5% ໂຮມັນກາໂຕລິກ 8,3% ໂປຼເຕສແຕນ 9% ອື່ນໆ3%
- ສິນຄ້ານຳເຂົ້າສໍາຄັນ: ເຄື່ອງເອເລັກໂທນິກ, ນໍ້າມັນເຊື້ອໄຟ,ເຄື່ອງຈັກລົດ,ເຫຼັກຍານພາຫະນະ ແລະ ປຼາສຕິກ.
- ສິນຄ້ານຳສົ່ງອອກສໍາຄັນ: ເຄື່ອງເອເລັກໂທນິກ, ເຄື່ອງຈັກລົດ,ເສື້ອຜ້າສໍາເລັດຮູບ ແລະ ເຄື່ອງຍານພາຫະນະ
- ວັນຊາດ: ວັນທີ 12 ມີຖຸນາ
- ສະກຸນເງີນ: ເປໂຊ (Peso,PHP)
- ເນື້ອທີ່: 115,120 ຕາລາງ (298,852 ຕາລາງກິໂລແມັດ)
- ຈຳນວນປະຊາກອນ: 92,337,852 ຄົນ
- ການປົກຄອງ: ລະບອບປະຊາທີປະໄຕແບບລັດສະພາ ມີປະຊານາທີບໍດີເປັນປະມຸກ
- ພູມອາກາດ: ສະເລ່ຍ 17 – 40 ອົງສາເຊ
- Time Zone: UTC+8
- GDP: 456,418 ລ້ານໂດຮາສະຫະລັດ
- ລາຍໄດ້ຕໍ່ຫົວປະຊາກອນ: 4,682 ໂດຮາສະຫະລັດຕໍ່ປີ
- ລະຫັດໂທລະສັບ (IDC): +63
- ອາຫານປະຈໍາຊາດ: ອາໂບໂດ
- ດອກໄມ້ປະຈຳຊາດແມ່ນ: ດອກພຸດແກ້ວ
- ສັດປະຈຳຊາດແມ່ນ: ຄວາຍ
ປະເທດສິງກະໂປ (Sinqapore)
ປະເທດສິງກະໂປ ເຂົ້າຮ່ວມເປັນສະມະຊິກອາຊຽນໃນຖານະຜູ້ຮ່ວມກໍ່ຕັ້ງກຸ່ມອາຊຽນ ເມື່ອວັນທີ່ 8 ສິງຫາ 1957.
![](http://asean.la/wp-content/uploads/2017/08/9.jpg)
ຂໍ້ມູນທົ່ວໄປຂອງປະເທດສິງກະໂປ.
- ຊື່ພາສາອັງກິດ: Republic of Singapore
- ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
- ເມື່ອງຫຼວງ: ສິງກະໂປ (Singapore)
- ພາສາລາດຊະການ: ພາສາອັງກິດ ແລະ ພາສາຈີນກາງ (English /Mandarin)
- ສາສະໜາ: ອິສລາມ 14,9% ຄິຣດ14,6% ພຸດ42,6% ອິນດູ4% ບໍ່ນັບຖືສາດສະໜາ 24%
- ສິນຄ້ານຳເຂົ້າສໍາຄັນ: ເຄື່ອງຈັກລົດ, ສິ່ງຂອງອຸປະກອນໄຟຟ້ານໍ້າມັນດິບ, ຜະລິດຕະພັນອາຫານ
- ສິນຄ້ານຳສົ່ງອອກສໍາຄັນ: ເຄື່ອງຈັກລົດ, ເຄື່ອງໃຊ້ໄຟຟ້າ ແລະ ເສື້ອຜ້າ,
- ວັນຊາດ: ວັນທີ 9 ສິງຫາ
- ສະກຸນເງີນ: ໂດຣາສິງກະໂປ (Singapore Dollar, SGD)
- ເນື້ອທີ່: 276 ຕາລາງ (716 ຕາລາງກິໂລແມັດ)
- ຈຳນວນປະຊາກອນ: 5,399,200 ຄົນ
- ການປົກຄອງ: ລະບອບປະຊາທີປະໄຕແບບລັດສະພາ
- ພູມອາກາດ: ອຸ່ນຫະພູມສະເລ່ຍ 19,4 – 35,8 ອົງສາເຊ
- Time Zone: UTC+8
- GDP: 348,700 ລ້ານໂດຮາສະຫະລັດ
- ລາຍໄດ້ຕໍ່ຫົວປະຊາກອນ: 64,584 ໂດຮາສະຫະລັດຕໍ່ປີ
- ລະຫັດໂທລະສັບ (IDC): +65
- ອາຫານປະຈໍາຊາດ: ລັກຊາ
- ດອກໄມ້ປະຈຳຊາດແມ່ນ: ດອກກ້ວຍໄມ້ແວນດາ
- ສັດປະຈຳຊາດແມ່ນ: ສິງ
9.ປະເທດໄທ (Thailand)
ປະເທດໄທ ນອກຈາກຈະເປັນສະມາຊິກອາຊຽນ 5 ຊາດ ແລະ ເປັນຜູ້ຮ່ວມກໍ່ຕັ້ງອາຊຽນແລ້ວ ຍັງເປັນເຈົ້າພາບໃນການລົງນາມເພຶ່ອສ້າງຂໍ້ຕົກລົງໃນການສ້າງກຸ່ມອາຊຽນຂື້ນມາດ້ວຍ ໂດຍການລົງນາມນິ້ເອິ້ນວ່າ: ປະຕິຍາກຸງເທບ (Bangkok Declaration) ເຊິ່ງລົງນາມກັນເມື່ອວັນທີ່ 8 ສິງຫາ 1967 ທີ່ພະລາຊະວັງສະລາບູມ ໂດຍລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງສະມາຊິກກໍ່ຕັ້ງ 5 ປະເທດ ດັ່ງນັ້ນຈື່ງສາມາດໄດ້ວ່າກຸງເທບຄື: ບ້ານເກີດຂອງອາຊຽນ.
![](http://asean.la/wp-content/uploads/2017/08/10.jpg)
ຂໍ້ມູນທົ່ວໄປຂອງປະເທດໄທ.
- ຊື່ພາສາອັງກິດ: The Kingdom of Thailand
- ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
- ເມື່ອງຫຼວງ: ກຸງເທບມະຫານະຄອນ (BangKok)
- ພາສາລາດຊະການ: ໄທ (Thai)
- ສາສະໜາ: ອິສລາມ 4,6% ຄິຣດ0,7% ພຸດ94,6% ອື່ນໆ0,1%
- ສິນຄ້ານຳເຂົ້າສໍາຄັນ: ນໍ້າມັນດິບ,ເຄື່ອງຈັກລົດ ແລະ ສ່ວນປະກອບເຄື່ອງຈັກໄຟຟ້າ,ອຸປະກອບເຄມີ ແລະ ແຮ່ທາດໂລຫະອື່ນໆ.
- ສິນຄ້ານຳສົ່ງອອກສໍາຄັນ: ປະກອບເຄື່ອງຄອມພິວເຕີ, ອຸປະກອນລົດຍົນ, ອຸປະກອບແຜງວົງຈອນໄຟຟ້າ, ຢາງພາຣາ, ປາຣາສຕິກ,
- ວັນຊາດ: ວັນທີ 5 ທັນວາ
- ສະກຸນເງີນ: ບາດ (Thai Baht, THB)
- ເນື້ອທີ່: 198,115 ຕາລາງ (513,115 ຕາລາງກິໂລແມັດ)
- ຈຳນວນປະຊາກອນ: 64,785,909 ຄົນ
- ການປົກຄອງ: ລະບອບປະຊາທີປະໄຕແບບລັດສະພາ
- ພູມອາກາດ: ເປັນເຂດຮ້ອນມີ 2 ລະດູຄື: ລະດູຮ້ອນ ແລະ ລະດູຝົນອຸ່ນຫະພູມສະເລ່ຍ 19 – 38 ອົງສາເຊ
- Time Zone: UTC+7
- GDP: 673,725 ລ້ານໂດຮາສະຫະລັດ
- ລາຍໄດ້ຕໍ່ຫົວປະຊາກອນ: 9,874 ໂດຮາສະຫະລັດຕໍ່ປີ
- ລະຫັດໂທລະສັບ (IDC): +66
- ອາຫານປະຈໍາຊາດ: ຕົ້ມຍໍາກຸ້ງ
- ດອກໄມ້ປະຈຳຊາດແມ່ນ: ດອກຄູນ
- ສັດປະຈຳຊາດແມ່ນ: ຊ້າງ
ປະເທດຫວຽດນາມ (Vietnam)
ປະເທດຫວຽດນາມເຂົ້າຮ່ວມເປັນສະມາຊິກອາຊຽນເປັນລຳດັບທີ່ 7 ເມື່ອວັນທີ່ 28 ກໍລະກົດ 1995.
![](http://asean.la/wp-content/uploads/2017/08/11.jpg)
ຂໍ້ມູນທົ່ວໄປຂອງປະເທດຫວຽດນາມ.
- ຊື່ພາສາອັງກິດ: Socialist Republic of Vietnam
- ທີ່ຕັ້ງ: ພູມມີພາກອາຊີຕາເວັນອອກສ່ຽງໃຕ້ (ASEAN)
- ເມື່ອງຫຼວງ: ຮ່າໂນ້ຍ (Ha Noi)
- ພາສາລາດຊະການ: ພາສາຫວຽດນາມ (Vietnamese)
- ສາສະໜາ: ພຸດ(ມະທາຍານ) 70 ຂອງຈໍານວນປະຊາກອນ 100 ແລະ 15 ນັບຖືສາດສະໜາຄິຣສທີ່ເຫຼືອນັບຖືລັດທີ່ຂົງຈື່ມຸດສລິມ
- ສິນຄ້ານຳເຂົ້າສໍາຄັນ: ວັດຖຸດິບ,ວັດສະດຸສິງຂອງເຄື່ອງໜັງ,ເຄື່ອງຈັກ, ພະລິດຕະພັນປີໂຕລຽມ
- ສິນຄ້ານຳສົ່ງອອກສໍາຄັນ:ວັດຖຸດິບ, ເສື້ອຜ້າ ແລະ ສິ່ງຂອງອາຫານທະເລ,ຢາງພາຣາ, ເຂົ້າ, ກາເຟ ແລະ ລອງເທົ້າ.
- ວັນຊາດ: ວັນທີ 2 ກັນຍາ.
- ສະກຸນເງີນ: ດົ່ງ (Dong, VND)
- ເນື້ອທີ່: 128,565 ຕາລາງ (331,210 ຕາລາງກິໂລແມັດ)
- ຈຳນວນປະຊາກອນ: 89,693,000 ຄົນ
- ການປົກຄອງ: ລະບອບສັງຄົມນິຍົມ ມີພັກກອມມູນິດເປັນຜູ້ປົກຄອງສູງສຸດ
- ພູມອາກາດ: ເປັນປະເທດມໍລະສຸ່ມຮ້ອນທີມີອຸ່ນຫະພູມສະເລ່ຍຕັ້ງແຕ່ 5 – 37 ອົງສາເຊ
- Time Zone: UTC+7
- GDP: 358,889 ລ້ານໂດຮາສະຫະລັດ
- ລາຍໄດ້ຕໍ່ຫົວປະຊາກອນ: 4,001 ໂດຮາສະຫະລັດຕໍ່ປີ
- ລະຫັດໂທລະສັບ (IDC): +84
- ອາຫານປະຈໍາຊາດ: ແປ້ງກ້ວນ.
- ດອກໄມ້ປະຈຳຊາດແມ່ນ: ດອກບົວ
- ສັດປະຈຳຊາດແມ່ນ: ຄວາຍ
ຂອບໃຈຂໍ້ມູນຈາກເວັບໄຊທ໌ : aec.kapook.com , know-asean.blogspot.com ,
No comments:
Post a Comment