ຜູ້ນຳແຕ່ລະປະເທດ - Asean 10

ຜູ້ນຳແຕ່ລະປະເທດ

1.      ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຫຼື ປະເທດລາວ

ສາມາລະນະລັດປະຊາທິປະໄຕປະຊາຊົນລາວ ມີລະບົບການປົກຄອງແບບສັງຄົມນິຍົມຄອມມູນິດ ເຊິງທາງການລາວໃຊ້ວ່າ ລະບົບປະຊາທິປະໄຕປະຊາຊົນ ໂດຍມີພັກປະຊົນປະຕິລາວເປັນອົງກອນຊີ້ນໍຳປະເທດຊາດ ຜູ້ນຳສູງສຸດຂອງປະເທດວ່າ ປະທານປະເທດທຽບເທົ່າກັບຕຳແໜ່ງປາທານາທິບໍດີ ເຊິງປະທານປະເທດປັດຈຸບັນ ຄື :
200px-Bounnhang_Vorachith_2016_%28cropped%29
 
ທ່ານ ບຸນຍັງ ວໍລະຈິດ ເກີດເມື່ອ 15 ສິງຫາ  1938 ດຳລົງຕຳແຫນ່ງເປັນ ເລຂານຸການພັກປະຊາຊົນປະຕິວັດລາວ ອະດີດຮອງປະທານປະເທດ ແຫ່ງ ສປປ ລາວ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ເຄີຍດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ສປປ ລາວ ເມື່ອ ຄ ສ 1996-2001 ໄດ້ຮັບການຄັດເລືອກຈາກສະພາແຫ່ງຊາດໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ເມື່ອ 2002-2006 ແລະ ຜູ້ປະຈຳການກົມການເມືອງສູນກາງພັກ ໃນຄະນະ ເລຂານຸການທິການສູນກາງພັກ ສະໄໝ ທີ 9 (2002-2016).

200px-Thongloun_Sisoulith_with_Obamas_cropped

ນາຍົກລັດຖະມັນຕີ : ທ່ານ ທອງລຸນ ສິສຸລິດ ເກີດເມື່ອວັນທີ 10 ພະຈິກ 1945 ດຳລົງຕຳແໜ່ງ ເປັນນາຍຍົກລັດຖະມົນຕີຂອງປະເທດລາວ 

2.      ລາຊາອານາຈັກກຳປູເຈຍ
ພຣະມາຫາກະຊັດ ພຣະສົມເດັດພຣະລົມມະມາດ ນະໂຮດົມສີໜຸນີ
 
263px-King_Norodom_Sihamoni



ປະເທດກຳປູເຈຍ ປົກຄອງດ້ວຍລະບອບລາຊາທິປະໄຕ ພາຍໃຕ້ລັກຖະທຳມະມູນ ມີພຣະມາຫາກະຊັດ ຄື ພຣະບາດສົມເດັດ ພຣະຮົມມະນາດ ນະໂຮດົມ ສີໜຸນີ ມີພຣະຊົນອາຍຸ 59 ພັນສາ ຂື້ນຄອງລາດ ເມື່ອວັນທີ 14 ຕຸລາຍ 2004 ໂດຍມັດຕິເປັນເອກະສັນຂອງຄະນະທີ່ປຶກສາລາບັນລັງ ພາຍຫລັງການປະກາດ ບາສະບັນລັງຂອງສົມເດັດພຣະນະໂຮດົມ ສີໜຸ ພຣະລາຊາບິດາ ອັນເນື່ອງຈາກບັນຫາທາງສຸຂະພາບ
 

200px-Hun_Sen_%282016%29_cropped

            ນາຍົກລັດຖະມົນຕີ: ສົມເດັດອັດຮົມມະຫາເສນາບດີເດໂຊ ຮຸນເຊັນ
           ຮຸນເຊັນ ຫຼື ສົມເດັດອັດຮົມຫາເສນາບດີເດໂຊ ຮຸນ ເຊັນ ປັດຈຸບັນອາຍຸ 61 ປີ ເຂົ້າດຳລົງຕຳແໜ່ງນາຍົກລັດຖະມົນຕີກຳປູເຈຍ ຕັ້ງແຕ່ອາຍຸ 33 ປີ ໃນຍຸດສາທາລະນະລັດປະຊາຊົນກຳປູເຈຍ ນັບເປັນນາຍົກລັດຖະມົນຕີທີ່ມີອາຍຸນ້ອຍທີ່ສຸດຂອງກຳປູເຈຍ ໄດ້ຮັບພຣະລາຊາທານບັນດາສັກ ຈາກພະບາດສົມເດັດອັດຮົມມະຫາເສນາບໍດິເດໂຊ ຮຸນເຊັນ ເມື່ອ ຄ ສ 1993

3.      ສາທາລະນະລັດສັງຄົມນິຍົມຫວຽດນາມ
ປະທານປະເທດ: ທ່ານ ເຈີ່ນ ໄຕ່ ກວາງ
ປະເທດຫວຽດມານ ມີການປົກຄອງໃນຮູບແບບຄອມມູນິດ ມີປະທານປະເທດ ເປັນຜູ້ນຳສູງສຸດຂອງປະເທດ ໂດນປະທານປະເທດຄົນປັດຈຸບັນຄື: ທ່ານ ເຈີ່ນ ໄຕ່ ກວາງ ອະດີດລັດຖະມົນຕີກະຊວງຄວາມໝັ້ນຄົງ ໄດ້ຮັບການເລືອກໃຫ້ເປັນ ປະທານປະເທດເມື່ອວັນທີ 2 ເມສາ ຄ ສ 2016


200px-TranDaiQuang2015

ນາຍົກລັດຖະມົນຕີ : ທ່ານ ຫງຽງນ ຊວນ ຟຸກ ເປັນນາຍົກລັດຖະມົນຕີຄົນທີ 8 ແລະ ຄົນປັດຈຸບັນ ດຳລົງຕຳແໜ່ງ ຕັ້ງແຕ່ 7 ເມສາ ຄສ 2016 ຕໍ່ຈາກ ທ່ານ ຫງຽນ ເຕີ້ນ ສຸງ ນອກຈາກນີ້ເຂົາຍັງເຄີຍດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ປະຈຳທຳນຽບລັດຖະບານ
 
Nguyen_Xuan_Phuc
4.      ລາຊາອານາຈັກໄທ

     ສົມເດັດປະເຈົ້າຢູ່ຫົວຫາວຊິຣາລົງກອນບໍດິນພຣະເທບພະຍະວາຣາງກຸນ
     ປະເທດໄທມີຮູບແບບລັດເປັນລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ແລະ ໃຊການປົກຄອງລະບອບປະຊາທິປະໄຕແບບລັດ ຫຼື ລັດຖະທຳມະນູນແຫ່ງຊາດຣາຊາອານາຈັກໄທ ເອີ້ນວ່າ ລະບອບປະຊາທິປະໄຕອັນມີພຣະມະຫາກະຊັດເປັນປະມຸກ ຜູ້ຄອງລາດປັດຈຸບັນກໍຄື:
     ສົມເດັດປະເຈົ້າຢູ່ຫົວຫາວຊິຣາລົງກອນບໍດິນພຣະເທບພະຍະວາຣາງກຸນ
     ເປັນພຮະມະຫາກະຊັດ ໄທ ລັດຊະການທີ 10 ແຫ່ງຣາຊວງຈັກກີ ຂື້ນຄອງລາດເມື່ອວັນທີ 13 ຕຸລາ 2016














263px-Defense.gov_News_Photo_030612-D-2987S-002_%28cropped%29
 
















ນາຍົກລັດຖະມົນຕີ: ປະຍຸດ ຈັນໂອຊາ ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນທີ 29 ຂອງປະເທດໄທ,ເປັນຫົວໜ້າຄະນະຮັກສາຄວາມສະຫງົບແຫ່ງຊາດ ຫຼື ຄສຊ ,ຜຸ້ອຳນວຍການຮັກສາຄວາມໝັ້ນຄົງພາຍໃນຣາຊາອານາຈັກໄທ ແລະ ປະທານສະພາຄວາມໝັ້ນຄົງແຫ່ງຊາດ
 
200px-H.E._General_Prayut_Chan-o-cha%2C_Prime_Minister%2C_Kingdom_of_Thailand_%2834148528741%29_cropped


5.      ສາທາລະນະລັດອິນໂດເນເຊຍ
ປະທານປະເທດ ຫຼື ປະທານາທິບໍດີ: ທ່ານ ໂຈໂກ ວີໂດໂດ
ປະເທດອິນໂດເນເຊີຍປົກຄອງໂດຍລະບອບປາຊາທິປະໄຕ ລະບົບປະທານາທິບໍດີ ປັດຈຸບັນຄື ທ່ານ ໂຈໂກ ວີໂດໂດ  ເປັນປາທານາທິບໍດີຄົນທີ 7 ແລະ ຄົນປັດຈຸບັນຂອງປະເທດອິນໂດເນເຊຍເຄີຍດຳລົງຕຳແໜ່ງນາຍົກເທດສະມົນຕີກຸງຈາກາຕ້າ ກ່ອນລົງສະມັກຊິງຕຳແຫນ່ງປະທານາທິບໍດີ ໃນປີ 2014 ສັງກັດພັດປະຊາທິປະໄຕອິນໂດເນເຊຍ-ຕໍ່ສູ້ ໂດຍຮັບການເລືອກຕັ້ງເມື່ອວັນທີ 3 ກໍລະກົດ 2014 ແລະ ເຂົ້າຮັບສາບານຕົນຮັບຕຳແໜ່ງໃນວັນທີ 20 ຕຸລາ ໃນປີດຽວກັນ

200px-Joko_Widodo_2014_official_portrait


6.      ປະເທດມາເລເຊຍ
ສົມເດັດພຣະຣາຊາທິບດີມູທຳມັດ ທີ 5 ແຫ່ງກັນຕັນ
ປະເທດມາເລເຊຍປົກຄອງດ້ວຍລະບອບປະຊາທິປະໄຕແບບລັດທະສະພາ ຮູບແບບຄ້າຍກັບປະເທດອັງກິດ ແລະ ສະຫາລັດອາລັບເອເມນິເຣດ ໂດຍ ປະມຸກແຫ່ງລັດມີຕຳແຫ່ງເປັນ ສົມເດັດພຣະຣາຊາທິບດີມູທຳມັດ ເປັນພຣະອົງ ທີ 15 ແລະ ພຣະອົງປັດຈຸບັນຂອງເມເລເຊຍ ແລະ ສຸດຕ່ານແຫ່ງລັດກຣັນຕັນ ພຣະອົງໄດ້ຮັບການຣາຊາທິເບດເປັນຕ່ານແຫ່ງ ກຣັນຕັນເມື່ອວັນທີ 13 ກັນຍາ ຄ ສ 2010 ສືບຣາຊາບັນລັງ ຈາກສົມເດັດພຣະຣາຊາບິດາຂອງພຣະອົງ ສຸຕ່ານອິສະມາອິດເປຣາແຫ່ງກຣັນຕັນ ຜູ້ເຊິງຖືວ່າໄລ້ຄວາມເຈັບປ່ວຍ ພຣະອົງໄດ້ຮັບການປະກາດໃຫ້ເປັນຍັງເປີຕວນອາກົງ (ປະມຸກແຫ່ງລັດມາເລເຊຍ) ເມື່ອວັນທີ 13 ທັນວາ 2016
    ນາຍົກລັດຖະມົນຕີ: ທ່ານ ນາຈິບ ຣາຊະ
ດາໂຕ໊ະຊຣີ ທັດຍີ ໂມທຳມັດ ນາຈິບ ບິນ ຕົນ ທັດຍີ ອັບດຸ ຣາຊະ ຫຼື ທ່ານ ນາຈິບ  ຣາຊະ ເປັນນາຍົກລັດຖະມົນຕີຄົນປັດຈຸບັນຂອງປະເທດມາເລເຊຍ ເປັນຄົນທີ 6 ຂອງປະເທດມາເລເຊຍ ມີອາຍຸ 59 ປີ ເກີດໃນຄອບຄົບນັກການເມືອງ ເຄີຍດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ແລະ ສັງກັດພັກອຳໂມ

200px-Dato_Sri_Mohd_Najib_Tun_Razak

 
7.      ສາທາລະນະລັດແຫ່ງສະຫະພາບມຽນມາ
ປະທານປະເທດຄື: ປະທານາທິບໍດີ ທີມຈໍ
 ສາທາລະນະລັດແຫ່ງສະຫະພາບມຽນມາ ປົກຄອງປະເທດດ້ວຍລະບົບປະທານາທິບໍດີ ປັດຈຸບັນຄື ປະທານາທິບໍດີ ທີມຈໍ ເກີດວັນທີ 20 ກໍລະກົດ 1946 ເປັນນັກຂຽນ ແລະ ນັກວິຊາການຊາວມຽນມາ ຜູ້ດຳລົງຕຳແຫນ່ງ ປະທານາທິບໍດີ ແຫ່ງສາທາລະນະລັດແຫ່ງສະຫະພາບມຽນມາ ຄົນທີ 9 ຫລັງຈາກໄດ້ດຳລົງຕຳແໜ່ງຢ່າງເປັນທາງການໃນວັນທີ 30 ມີນາ 2016
President_Htin_Kyaw


8.      ສາທານະລັດຟິລິປິນ
ປະທານປະເທດ: ປະທານາທິບໍດີ ໂລດຣີໂກດູແຕຣ໌ເຕ
ປະເທດຟິລິນປິນເຄີຍເປັນເມືອງຂື້ນຂອງສະຫາລັດອາເມລິກາ ຈຶງຮັບເອົາການປົກຄອງລະບອບປະຊາທິປະໄຕຕາມແບບສະຫາລັດອາເມລິກາ ມາໃຊ້ບໍລິຫານປະເທດ ໂດຍມີ ທ່ານ ປະທານາທິບໍດີ ໂລດຣີໂກດູແຕຣ໌ເຕ ເປັນປະມຸກ ດຳລົງຕຳແໜ່ງເປັນ ປະທານາທິບໍດີຟິລິປິນ ຄົນທີ 16 ເຂົາຖືວ່າເປັນປະທານາທິບໍດີຄົນທຳອິດທີ່ມາຈາກເກາະ ມິນດາເນົາ ເຊີງທີ່ນັ້ນເຂົາເຄີຍດຳລົງຕຳແໜ່ງເປັນນາຍົກເທດສະບານເມືອງ ດາເວົາ ເຖິງກວ່າ 22 ປີ ໃນຄະນະທີ ເປັນາຍົກລັດຖະມົນຕີເມືອງດາເວົານັ້ນເຂົາໃຊ້ນະໂຍບາຍຊັ້ນຮຸນແຮງໃນການປາບປາມອາດສະຍາກອນເມືອງດາເວົາກາຍເປັນເມືອງທີ່ມີອັດຕາອາດສະຍາກອນຕ່ຳ ທີ່ສຸດໃນຟິລິປິນ ແລະ ຕົວເຂົາໄດ້ຮັບສາຍາວ່າ ຜູ້ລົງທັນ .

 

800px-Rodrigo_Duterte_delivers_his_speech_during_his_visit_to_the_seized_shabu_laboratory_in_Arayat%2C_Pampanga_on_September_27_cropped















9.      ສາທາລະນະລັດສິງກະໂປ
ປະທານາທິບໍດີ: ຮາລີມະຮ໌ ຍາກົບ
ປະເທດສິງກະໂປ ປົກຄອງໃນລະບອບສາທາລະນະລັດປະຊາທິປະໄຕ ມີປະທານາທິບໍດີເປັນປະມຸກ ປະທານາທິບໍດີຄົນປັດຈຸບັນຄື ປະທານາທິບໍດີ: ຮາລີມະຮ໌ ຍາຄອບ ເກີດເມື່ອວັນທີ 23 ສິງຫາ 1954 ເປັນປະທານາທິບໍດີຄົນທີ 8 ແລະ ຄົນປັດຈຸບັນຂອງປະເທດສິງກະໂປ ເລີ່ກກຳລົງຕຳແໜ່ງວັນທີ 14 ກັນຍາ 2016
 

200px-Halimah_Yacob_APEC_Women_and_the_Economy_Forum_2012

ນາຍົກລັດຖະມົນຕີ: ທ່ານ ລິຊຽນລຸງ ເປັນນາຍົກລັດຖະມົນຕີຄົນທີ 3 ຂອງປະເທດສິງກະໂປ ເກີດເມື່ອວັນທີ10 ກຸມພາ 1952 ເລີ່ມດໍາລົງຕໍຳແໜ່ງວັນທີ 12 ສິງຫາ 2004
200px-Lee_Hsien_Loong_-_20101112
 
 10.  ເນກາຣາບຣູໄນດາຣຸສຊາລາມ ຫຼື ປະເທດບຣູໄນ
 ສົມເດັດພະລາຊາທິບໍດີ ຫັດສານັນ ໂບເກຍ ມູອິຄໍຂັດດິນ ວັດເດົາເລາະ
ປະເທດບຣູໄນປົກຄອງດ້ວຍລະບອບສົມບູນຣະຍານາສິດທິລາດກຳນົດໃຫ້ສຸນ​ຕ່ານ​ຊົງ​ເປັນອັດທິປັດ ຄືເປັນທັງປະມຸກ,ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງກະລາໂຫມ ຄົນປັດຈຸບັນກໍ່ຄື: ສົມເດັດພະລາຊາທິບໍດີ ຫັດສານັນ ໂບເກຍ ມູອິຄໍຂັດດິນ ວັດເດົາເລາະ ເປັນພຣະອົງທີ 28 ແຫ່ງບຣູໄນ ມີອາຍຸ 66 ປີ ຂື້ນຄອງລາດວັນທີ 5 ຕຸລາ 1967 ດຳລົງຕຳແໜ່ງເປັນ ພຣະປະມຸກແຫ່ງລັດ ນາຍົກລັດຖະມົນຕີ ລັດຖະມົນຕີວ່າການກາລາໂຫມ ລັດຖະມົນຕີວ່າການກະຊວງການຄັງ ແລະ ຜູ້ນຳທາງສາສາໜາອິສະລາມແຫ່ງເນຣາບຣູໄນດາຣຸຊຊາລາມ
220px-Hassanal_Bolkiah_2013



No comments:

Post a Comment