ແນະນຳແລະເກັດຄວາມຮູ້
ປັດຈຸບັນປະເທດໃນອາຊຽນມີຢູ່ 10 ປະເທດໂດຍມີຂໍ້ມູນຂອງແຕ່ລະປະເທດດັງນີ້:
1. ປະເທດບູໄນດາລຸດຊາລາມ (Brunei Darussalam)
- ເມືອງຫຼວງ: ບັນດາເສລີເບກາວັນ
- ພາສາ: ພາສາມາເລເປັນພາສາລາດຊະການຮອງລົງມາເປັນອັງກິດແລະຈີນ
- ປະຊາກອນ: ປະກອບດ້ວຍມາເລ 66%, ຈີນ 11%, ອື່ນ ໆ 23%
- ນັບຖືສາດສະໜາ: ອິດສະລາມ 67%, ພຸດທະ 13%, ຄິດ 10%
- ລະບົບການປົກຄອງ: ລະບອບສົມບູນນາສາທິຖິລາດ
ຈຸດແຂງ
- ການເມືອງຄ່ອນຂ້າງໝັ້ນຄົງ
- ລາຍໄດ້ສະເລ່ຍຕໍ່ຄົນເປັນອັນດັບ 2 ໃນອາຊຽນອັນດັບ 26 ຂອງໂລກ
- ຜູ້ສົ່ງອອກແລະມີປະລິມານສໍາຮອງນ້ຳມັນອັນດັບ 4 ໃນອາຊຽນ
2. ປະເທດກໍາບູເຈ້ຍ (Cambodia)
- ເມືອງຫຼວງ: ກຸງພະນົມເປນ
- ພາສາ: ພາສາຂະມອນເປັນພາສາລາດຊະການຮອງລົງມາເປັນອັງກິດ, ຝລັ່ງ, ຫວຽດນາມແລະຈີນ
- ປະຊາກອນ: ປະກອບດ້ວຍຊາວເຂມອນ 94%, ຈີນ 4%, ອື່ນ ໆ 2%
- ນັບຖືສາດສະໜາ: ພຸດທະ ເປັນຫຼັກ
- ລະບົບການປົກຄອງ: ປະຊາທິປະໄຕແບບລັດສະພາໂດຍມີພະມະຫາສັດເປັນປະມຸກພາຍໃຕ້ລັດທະທໍາມະນູນ
ຈຸດແຂງ
- ຄ່າຈ້າງແຮງວຽກຕ່ໍາທີ່ສຸດໃນອາຊຽນ
- ມີຊັບພະຢາກອນທໍາມະຊາດລາກຫຼາຍແລະສົມບູນ
3. ປະເທດອິນໂດນີເຊຍ (Indonesia)
- ເມືອງຫຼວງ: ຈາກາຕາ
- ພາສາ: ພາສາອິນໂດນີເຊຍເປັນພາສາລາດຊະການ
- ປະຊາກອນ: ປະກອບດ້ວຍຊົນພື້ນເມືອງຫຼາຍກຸ່ມມີພາສາຫລາຍກວ່າ 583 ພາສາ ຮ້ອຍລະ 61 ອາໄສຢູ່ເທິງເກາະຊະວາ
- ນັບຖືສາດສະໜາ: ອິດສະລາມ 87%, ຄິດ 10%
- ລະບົບການປົກຄອງ: ປະຊາທິປະໄຕທີ່ມີປະທານາທິບໍດີເປັນປະມຸກແລະຫົວໜ້າຝ່າຍບໍລິຫານ
ຈຸດແຂງ
- ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນເອເຊຍຕະວັນອອກສຽງໃຕ້
- ມີຈໍານວນປະຊາກອນຫຼາຍທີ່ສຸດໃນເອເຊຍຕະວັນອອກສຽງໃຕ້
4. ປະເທດລາວ (laos)
- ເມືອງຫຼວງ: ນະຄອນຫລວງວຽງຈັນ
- ພາສາ: ພາສາລາວເປັນພາສາລາດຊະການ
- ປະຊາກອນ: ປະກອບດ້ວຍຊາວລາວລຸ່ມ 68%, ລາວເທີງ 22%, ລາວສູງ 9% ລວມປະມານ 68 ຊົນເຜົ່າ
- ນັບຖືສາດສະໜາ: 75% ນັບຖືສາດສະໜາພຸດ, ນັບຖືຜີ 16%
- ລະບົບການປົກຄອງ: ສັງຄົມນິຍົມຄອມມູນິດ ຫຼື ລະບົບປະຊາທິປະໄຕຍປະຊາຊົນ
ຈຸດແຂງ
- ຄ່າຈ້າງແຮງວຽກຕ່ໍາອັນດັບ 2 ໃນອາຊຽນ
- ການເມືອງມີເສຖີຍນພາບ
5. ປະເທດມາເລເຊຍ (ມາເລເຊຍ)
- ເມືອງຫຼວງ: ກຸງກົວລາລໍາເປີ
- ພາສາ: ພາສາມາເລເປັນພາສາລາດຊະການຮອງລົງມາເປັນອັງກິດແລະຈີນ
- ປະຊາກອນ: ປະກອບດ້ວຍມາເລ 40%, ຈີນ 33%, ອິນເດຍ 10%, ຊົນພື້ນເມືອງເກາະບອດນີ 10%
- ນັບຖືສາດສະຫນາ: ອິດສະລາມ 60%, ພຸດທະ 19%, ຄິດ 11%
- ລະບົບການປົກຄອງ: ປະຊາທິປະໄຕຍໃນລະບົບລັດສະພາ
ຈຸດແຂງ
- ມີປະລິມານສໍາຮອງນ້ໍາມັນຫລາຍເປັນອັນດັບ 3 ໃນເອເຊຍແປຊິຟິກ
- ມີປະລິານະກ໊າຊທໍາມະຊາດຫລາຍເປັນອັນດັບ 2 ໃນເອເຊຍແປຊິຟິກ
6. ປະເທດມຽນມາ (Myanmar)
- ເມືອງຫຼວງ: ເນປີດໍ (Naypyidaw)
- ພາສາ: ພາສາພະມ່າເປັນພາສາລາດຊະການ
- ປະຊາກອນ: ປະກອບດ້ວຍເຜົ່າພັນ 135 ມີ 8 ເຊື້ອຊາດຫຼັກ ໆ 8 ກຸ່ມຄືພະມ່າ 68%, ໄທໃຫຍ່ 8%, ກະຫລີ່ຍົງ 7%, ຍະໄຂ່ 4% ຈີນ 3% ມອນ 2% ອິນເດຍ 2%
- ນັບຖືສາດສະໜາ: ນັບຖືສາດສະໜາພຸດ 90%, ຄິດ 5% ອິດສະລາມ 38%
- ລະບົບການປົກຄອງ: ເຜດົໍດການທາງທະຫານປົກຄອງໂດຍລັດຖະບານທະຫານພາຍໃຕ້ສະພາສັນຕິພາບແລະການພັດທະນາແຫ່ງລັດ
ຈຸດແຂງ
- ມີພົມແດນເຊື່ອມຕໍ່ກັບຈີນແລະອິນເດຍ
- ຄ່າຈ້າງແຮງວຽກຕ່ໍາເປັນອັນດັບ 3 ໃນອາຊຽນ
- ມີປະລິມານກ໊າຊທໍາມະຊາດເປັນຈໍານວນຫຼາຍ
7. ປະເທດຟິລິປິນ (Philippines)
- ເມືອງຫຼວງ: ກຸງມະນິລາ
- ພາສາ: ພາສາຟິລິບໂນແລະພາສາອັງກິດເປັນພາສາລາດຊະການ ຮອງລົງມາເປັນສະເປນ, ຈີນຮອກກ້ໍາ, ຈີນແຕ້ຈິ໋ວຟິລິບປິນມີພາສາປະຈໍາຊາດຄືພາສາຕາກາລັອກ
- ປະຊາກອນ: ປະກອບດ້ວຍມາເລ 40%, ຈີນ 33%, ອິນເດຍ 10%, ຊົນພື້ນເມືອງເກາະບອດນີ 10%
- ນັບຖືສາດສະຫນາ: ຄິດໂຊນຄາຕະລິກ 83% ຄິດລິກໂປເຕດແຕນ, ອິດສະລາມ 5%
- ລະບົບການປົກຄອງ: ປະຊາທິປະໄຕແບບປະທານາທິບໍດີເປັນປະມຸກແລະຫົວຫໜ້າຝ່າຍບໍລິຫານ
ຈຸດແຂງ
- ແຮງວຽກທົ່ວໄປກໍມີຄວາມຮູ້ສື່ສານພາສາອັງກິດໄດ້
8. ປະເທດສິງກະໂປ (Singapore)
- ເມືອງຫຼວງ: ສິງກະໂປ
- ພາສາ: ພາສາມາເລເປັນພາສາລາດຊະການຮອງລົງມາຄືຈີນກາງສົ່ງເສີມໃຫ້ເວົ້າໄດ້ 2 ພາສາຄືຈີນກາງແລະໃຫ້ໃຊ້ອັງກິດເພື່ອຕິດຕໍ່ວຽກແລະຊີວິດປະຈໍາວັນ
- ປະຊາກອນ: ປະກອບດ້ວຍຊາວຈີນ 76,5%, ມາເລ 13,8%, ອິນເດຍ 8,1%
- ນັບຖືສາດສະໜາ: ພຸດທະ 42,5%, ອິດສະລາມ 14,9%, ຄິດ 14,5%, ຮິນດູ 4%, ບໍ່ນັບຖືສາດສະຫນາ 25%
- ລະບົບການປົກຄອງ: ສາທາລະນະລັດ (ປະຊາທິປະໄຕແບບລັດສະພາມີສະພາດຽວ) ໂດຍມີປະທານາທິບດີເປັນປະມຸກແລະນາຍົກລັດມົນຕີເປັນຫົວຫນ້າຝ່າຍບໍລິຫານ
ຈຸດແຂງ
- ລາຍໄດ້ເສລີ່ຍຕໍ່ຄົນເປັນອັນດັບ 1 ໃນອາຊຽນແລະອັນດັບ 15 ຂອງໂລກ
- ແຮງວຽກມີທັກສະສູງ
9. ປະເທດຫວຽດນາມ (Vietnam)
- ເມືອງຫລວງ: ກຸງຮ່າໂນ້ຍ
- ພາສາ: ພາສາວຽດນາມເປັນພາສາລາຊະການ
- ປະຊາກອນ: ປະກອບດ້ວຍຊາວວຽນ 80%, ເຂມນ 10%
- ນັບຖືສາດສະໜາ: ພຸດມະທາຍານ70%, ຄິດ 15%
- ລະບົບການປົກຄອງ: ລະບົບສັງຄົມນິຍົມໂດຍພັກຄອມມູນິດເປັນຜູ້ປົກຄອງສູງສຸດ
ຈຸດແຂງ
- ມີປະລິມານສໍາຮອງນ້ໍາມັນດິບຫລາຍເປັນອັນດັບ 2 ໃນເອເຊຍແປຊິຟິກ
10. ປະເທດໄທ (Thailand)
- ເມືອງຫຼວງ: ກຸງເທບມະຫານະຄອນ
- ພາສາ: ພາສາໄທເປັນພາສາລາດຊະການ
- ປະຊາກອນ: ປະກອບດ້ວຍຊາວໄທເປັນສ່ວນໃຫຍ່
- ນັບຖືສາດສະຫນາ: ພຸດ 95%, ອິດສະລາມ 4%
- ລະບົບການປົກຄອງ: ລະບົບປະຊາທິປະໄຕແບບລັດສະພາອັນມີພະມະຫາກະສັດເປັນປະມຸກ
ຈຸດແຂງ
- ເປັນສູນກາງເຊື່ອມໂຍງຄົມນາຄົມດ້ານຕ່າງໆໃນພູມມິພາກອາຊຽນ
- ມີແຫຼ່ງທ່ອງທ່ຽວທາງທໍາມະຊາດແລະວັດທະນະທໍາທີ່ມີຊື່ສຽງ
ຂໍຂອບໃຈຂໍ້ມູນຈາກ www.thai-aec.com
No comments:
Post a Comment