ຄວາມໝາຍຂອງທຸງຊາດ
ສຳຫຼັບຫຼັກການວິທີການປະດັບທຸງອາຊຽນແລະທຸງຊາດຂອງປະເທດສະມາຊິກອາຊຽນໃຫ້ລຽງໂດຍເລີ່ມຕົ້ມຈາກທຸງອາຊຽນແລ້ວຕໍ່ດ້ວຍສະມາຊິກ 10 ປະເທດ ຕາມລຳດັບອັກສອນຊື່ປະເທດມີດັ່ງນີ້:
1.Brunei Darussalam (ບຣູໄນ ດາຣູຊາຮາມ)
![](http://asean.la/wp-content/uploads/2017/08/b1_5-300x200.jpg)
ຫຼັກຊະນະຂອງທຸງຊາດມີພື້ນສີເຫຼືອງ ໂດຍມີແຖບສີຂາວ ແລະສີດຳ ພາດຕາມແນວສະແຄງມູມຈາກດ້ານຄັນທຸງຈົນປາຍທຸງເຊິ່ງແຖບສີຂາວຢູ່ດ້ານເທິງ ແຖບສີດຳຢູ່ດ້ານລຸ່ມ ຂະນະທີ່ກາງທຸງນັ້ນມີກາແຜ່ນດິນຂອງບຣູໄນປະທັບຢູ່ ເຊິ່ງສີຕ່າງໆມີຄວາມໝາຍດັ່ງນີ້:
- ສີເຫຼືອງໝາຍເຖິງກະສັດ.
- ສີຂາວແລະສີດຳໝາຍເຖິງມຸກຂະມົນຕີ (ມຸກຂະມົນຕີ: ປະທານຄະນະເສນາບໍດີ)
+ສາເຫດທີ່ທຸງຊາດບຣູໄນໃສ່ສີເຫຼືອງສື່ເຖິງກະສັດນັ້ນ ເນື່ອງຈາກທຸງປະຈຳພະອົງຂອງສຸລະຕ່ານແຫ່ງບຣູໄນໃຊ້ພື້ນສີເຫຼືອງ.
2.Kingdom of Cambodia (ລາຊອານາຈັກກຳປູເຈຍ)
![](http://asean.la/wp-content/uploads/2017/08/b2_7-300x195.jpg)
ລັກສະນະສີທຸງແບ່ງຕາມແນວຍາວເປັນ 3 ສ່ວນໂດຍສ່ວນກາງເປັນສີແດງກວ້າງເທົ່າກັບ 2 ສ່ວນຂອງສີຟ້າມີຮູບປະສາດຫີນນະຄອນວັດສາມຍອດສີຂາວ ຢູ່ບໍລິເວນເຄິ່ງກາງຂອງທຸງສ່ວນດ້ານນອກທັງສອງດ້ານມີສີຟ້າແລະກວ້າງເບື້ອ່ງລະໜຶ່ງສ່ວນເທົ່າກັນໂດຍສີຕ່າງໆ ແລະສັນຍາລັກຕ່າງໆ ຂອງທຸງມີຄວາມ ໝາຍດັ່ງນີ້:
- ສີຟ້າໝາຍເຖິງກະສັດ.
- ສີແດງໝາຍເຖິງຊາດ.
- ສ່ວນນະຄອນວັດສີຂາວນັ້ນໝາຍເຖິງສັນຕິພາບ.
3.Republic of Indonesia (ສາທາລະນະລັດ ອິນໂດເນເຊຍ)
![](http://asean.la/wp-content/uploads/2017/08/b3_4-300x198.jpg)
ພື້ນທຸງແບ່ງເປັນສອງສ່ວນຕາມແນວນອນ ໂດຍສີຕ່າງໆ ຂອງທຸງມີ ຄວາມໝາຍດັ່ງນີ້:
- ສີແດງມາຍເຖິງຄວາມກ້າຫານແລະອິດສະຫຼະພາບ.
- ສີຂາວໝາຍເຖິງຄວາມບໍລິສຸດຍຸດຕິທຳ.
4.Lao People’s Democratic Republic (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ)
![](http://asean.la/wp-content/uploads/2017/08/b4_5-300x200.jpg)
ລັກສະນະຜືນທຸງແບ່ງຕາມແນວຍາວອອກເປັນ 3 ສ່ວນ ໂດຍແຖບເຄິ່ງກາງເປັນສີຟ້າກ້ວາງ 2 ສ່ວນມີ ພະຈັນວົງມົນສີຂາວຢູ່ເຄິ່ງກາງລັກສະນະແຖບ ຂ້າງນອກທັງ 2 ຂ້າງເປັນສີແດງ ແລະກ້ວາງເທົ່າດ້ານລະເຄິ່ງໜຶ່ງຂອງສີຟ້າ ສີຕ່າງໆມີຄວາມໝາຍດັ່ງນີ້:
- ສີແດງໝາຍເລື້ອດເນື້ອຂອງນັກຮົບປະຕິວັດລາວ.
- ສີຟ້າໝາຍເຖິງຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ.
- ສີຂາວ ໝາຍເຖິງ ຄວາມບໍລິສຸດຜຸດຜ່ອງ ທີ່ມີດວງເດືອນຢູ່ກາງ ໝາຍເຖິງຄວາມເປັນເອກະພາບ ມີຈິດໜຶ່ງໃຈດຽວກັນຂອງປະຊາຊົນໃນຊາດ ພາຍໃຕ້ການປົກຄອງຂອງພັກປະຊາຊົນປະຕິວັດລາວ.
5.Malaysia (ມາເລເຊຍ)
![](http://asean.la/wp-content/uploads/2017/08/b5_4-300x150.jpg)
ມີແຖບສີແດງສະລັບສີຂາວລວມ 14 ແຖບແຕ່ລະແຖບມີຄວາມກວ້າງເທົ່າກັນທີ່ມຸມດ້ານຄັນທຸງມີຮູບສີ່ແຈສາກສີຟ້າກວ້າງ 8 ໃນ 14 ສ່ວນຂອງຜືນທຸງ ແລະຍາວເຄິ່ງໜຶ່ງຂອງຜືນທຸງພາຍໃນຮູບສີ່ແຈສາກມີເຄື່ອງໝາຍພະຈັນສ້ຽວ ແລະດາວ 14 ແຈ ເຊິ່ງສີ ແລະສັນຍາລັກຕ່າງໆ ມີຄວາມໝາຍດັ່ງນີ້:
- ແຖບສີແດງ ແລະສີຂາວທັງ 14 ແຖບໝາຍເຖິງສະຖານະອັນສະເໝີພາກຂອງລັດສະມາຊິກທັງ 13 ລັດພາຍໃນປະເທດມາເລເຊຍ.
- ດາວ 14 ແຈ ໝາຍເຖິງຄວາມເປັນເອກະພາບໃນໝູ່ລັດດັ່ງກ່າວທັງໝົດ.
- ພະຈັນສ້ຽວໝາຍເຖິງສາສໜາອິດສ໌ລາມອັນເປັນສາສໜາປະຈຳຊາດ.
- ສີເຫຼືອງຂອງພະຈັນແລະດາວ 14 ແຈສື່ເຖິງຜູ້ເປັນປະມຸກແຫ່ງສະຫະພັນລັດ.
- ສີຟ້າໝາຍເຖິງຄວາມສາມັກຄີຂອງຊາວມາເລເຊຍ.
6.Republic of the Union of Myanmar (ສາທາລະນະລັດແຫ່ງສະຫະພາບມ່ຽນມ່າ)
![](http://asean.la/wp-content/uploads/2017/08/b6_3-300x171.jpg)
ທຸງແບ່ງຕາມລວງຍາວອອກເປັນ 3 ສ່ວນແລະມີຄວາມກ້ວາງເທົ່າກັນໂດຍແຕ່ລະສ່ວນມີສີທີແຕກຕ່າງກັນ ໄລ່ຈາກເທິງລົງລຸ່ມ ຄືສີເຫຼືອງ ສີຂາວ ແລະສີແດງ ເຄິ່ງກາງທຸງມີຮູບດາວ 5 ແຈສີຂາວຂະໜາດໃຫຍ່ ເຊິ່ງສີ ແລະສັນຍາລັກ ຕ່າງໆ ມີຄວາມໝາຍດັ່ງນີ້:
- ສີຂຽວໝາຍເຖິງສັນຕິພາບ ຄວາມສະຫງົບ ແລະ ຄວາມອຸດົມສົມບູນຂອງມ່ຽນມ່າ.
- ສີເຫຼືອງໝາຍເຖິງຄວາມສາມັກຄີ.
- ສີແດງໝາຍເຖິງຄວາມກ້າຫານ ຄວາມເຂັ້ມແຂງເດັດຂາດ.
- ດາວສີຂາວໝາຍເຖິງສະຫະພາບອັນໝັ້ນຄົງເປັນເອກະພາບ.
7.Republic of the Philippines (ສາທາລະນະລັດຟີລິບປິນ)
![](http://asean.la/wp-content/uploads/2017/08/b7_3-300x150.jpg)
ດ້ານຕົ້ນທຸງເປັນຮູບສາມຫລ່ຽມສີຂາວ ເປັນເຄື່ອງໝາຍແທນຄວາມສະເໝີພາກເຊິ່ງພາຍໃນສາມຫຼ່ຽມສີຂາວປະກອບດ້ວຍດວງອາທິດລັດສະໝີ 8 ແຈອ້ອມ ດ້ວຍດາວ 5 ແຈຈຳນວນ 3 ດວງ ແລະຕັ້ງຢູ່ຕາມມູມຂອງຮູບສາມຫຼ່ຽມ ເຊິ່ງສັນຍາລັກທັງໝົດ ລ້ວນເປັນສີທອງ ສ່ວນດ້ານທີ່ເຫຼືອຂອງທຸງ ແບ່ງເຄິ່ງຕາມລວງຍາວ ແຖບເທິງເປັນສີຟ້າ ແລະແຖບລຸ່ມເປັນສີແດງ.ຖ້າຫາກວ່າທັງສອງສີດັ່ງກ່າວ ຫາກມີການສະລັບກັນຄືແດງຢູ່ເທິງ ແລະຟ້າຢູ່ລຸ່ມສະແດງວ່າ ຂະນະນັ້ນປະເທດກຳລັງ ຢູ່ໃນພາວະສົງຄາມກສ່ວນສີ ແລະສັນຍາລັກຕ່າງໆ ມີຄວາມໝາຍດັ່ງນີ້:
- ສີຟ້າໝາຍເຖິງສັນຕິພາບສັດຈະ ແລະ ຄວາມຍຸດຕິທຳ.
- ສີແດງໝາຍເຖິງຄວາມຮັກຊາດ ແລະ ຄວາມມີຄຸນຄ່າ.
- ດວງອາທິດມີລັດສະໝີ 8 ແຈໝາຍເຖິງ 8 ແຂວງທຳອິດຂອງປະເທດທີ່ມີຄວາມພະຍາຍາມໃນການຮຽກຮ້ອງເອກະລາດຈາກປະເທດສະເປນກະ ທັ້ງເກີດການ ປະຕິວັດໃນປີ 1896.
- ດາວສາມດວງໝາຍເຖິງການແບ່ງພື້ນທີ່ທາງພູມສາດຂອງປະເທດອອກເປັນ 3 ສ່ວນໃຫຍ່ໆ ໄດ້ແກ່ເກາະລູຊອນ ເກາະມິນດາເນົາແລະໝູ່ເກາະວິສາຍັນ.
8. Republic of Singapore (ສາທາລະນະລັດສິງກະໂປ)
![](http://asean.la/wp-content/uploads/2017/08/b8_2-300x201.jpg)
ປະກອບດ້ວຍແຖບສອງສີແບ່ງເຄິ່ງກາງທຸງ ແຖບສີແດງຢູ່ເທິງ ແລະສີຂາວຢູ່ລຸ່ມ ທີ່ມູມດ້ານເທິງຂອງຄັນທຸງເປັນຮູບພະຈັນສ້ຽວ ຖັດຈາກຮູບດັ່ງກ່າວມີດາວ 5 ແຈຈຳນວນ 5 ດວງຮຽງກັນເປັນຮູບຫ້າຫຼ່ຽມ ໂດຍຮູບພະຈັນ ແລະດາວຕ່າງກໍມີສີຂາວເຊິ່ງສີ ແລະສັນຍາລັກຕ່າງໆ ມີຄວາມໝາຍດັ່ງນີ້:
- ສີແດງໝາຍເຖິງຄວາມສະເໝີພາກຂອງມະນຸດໂດຍທົ່ວໜ້າ.
- ສີຂາວໝາຍເຖິງຄວາມບໍລິສຸດແລະຄວາມດີງາມທີ່ແພ່ຫຼາຍແລະຄົງຢູ່ຕະຫຼອດການ.
- ຮູບພະຈັນ ເຊິ່ງເປັນພະຈັນສ້ຽວຂ້າງຂຶ້ນ(ເດື່ອນຂື້ນ)ໝາຍເຖິງຄວາມເປັນຊາດໃໝ່ທີ່ຖືກຳເນີດຂຶ້ນ.
- ດາວ 5 ດວງໝາຍເຖິງ ອຸດົມຄະຕິ 5 ປະການຂອງຊາດ ໄດ້ແກ່ປະຊາທິປະໄຕ ສັນຕິພາບ ຄວາມກ້າວໜ້າ ຄວາມຍຸດຕິທຳ ແລະຄວາມສະເໝີພາກ.
9. Kingdom of Thailand (ລາຊອານາຈັກໄທ)
![](http://asean.la/wp-content/uploads/2017/08/b9_4-300x200.jpg)
ປະກອບດ້ວຍ 3 ສີຫລັກໄດ້ແກ່ສີແດງ ສີຂາວແລະສີຟ້າແບ່ງເປັນ 5 ແຖບເຊິ່ງແຖບເຄິ່ງການເປັນສີຟ້າສອງແຖບເທິງແລະລຸ່ມເປັນສີຂາວແລະສີແດງ ແຖບສີຟ້າໃຫຍ່ກວ່າແຖບສີອື່ນ 2 ເທົ່າສ່ວນສີຕ່າງໆ ມີຄວາມໝາຍດັ່ງນີ້:
- ສີແດງໝາຍເຖິງ ຊາດ.
- ສີຂາວໝາຍເຖິງ ສາດສະໜາ.
- ສີຟ້າໝາຍເຖິງ ພະມະຫາກະສັດ.
+ແນວໃດກໍຕາມມີການເອີ້ນຊື່ທຸງນີ້ວ່າ ທຸງໄຕລົງ (ທຸງສາມສີ) ເນື່ອງຈາກພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ຊົງພະລາຊະນິພົນ ເຄື່ອງໝາຍໄຕລົງ ໄວ້ເມື່ອ ປີ 1921 ໂດຍໄດ້ນິຍາມຄວາມໝາຍຂອງທຸງໄຕລົງວ່າ:
- ສີແດງ ໝາຍເຖິງ ເລືອດອັນຍອມເສຍສະຫຼະເພື່ອຊາດ.
- ສີຂາວ ໝາຍເຖິງ ຄວາມບໍລິສຸດແຫ່ງພະພຸດທະສາດສະໜາ ແລະທຳມະ.
- ສີຟ້າ ໝາຍເຖິງ ສີສ່ວນພະອົງຂອງອົງພະມະຫາກະສັດ.
- ເຖິງແມ່ນນິຍາມດັ່ງກ່າວຈະບໍ່ແມ່ນຄຳອະທິບາຍທີ່ຊົງປະກາດໃຊ້ຢ່າງເປັນທາງການ ແຕ່ທັງສາມສິ່ງນີ້ຄືອຸດົມການລັດທີ່ພະອົງຊົງປູກຝັງ ເພື່ອໃຫ້ຄົນໄທມີຄວາມເປັນຊາດນິຍົມມາຕະຫຼອດ.
10. Socialist Republic of Vietnam (ສາທາລະນະລັດສັງຄົມນິຍົມຫວຽດນາມ)
![](http://asean.la/wp-content/uploads/2017/08/b10_1-300x201.jpg)
ພື້້ນທຸງເປັນສີແດງລ້ວນ ເຄິ່ງກາງທຸງມີຮູບດາວ 5 ແຈເປັນ ສີເຫຼືອງຄຳເປັນທີ່ເຂົ້າໃຈກັນທົ່ວໄປວ່າໝາຍເຖິງຊົນຊັ້ນຕ່າງໆໃນສັງຄົມຫວຽດນາມຄື:ນັກປາດ, ຊາວນາ,ຊ່າງຝີມື,ພໍ່ຄ້າ ແລະ ທະຫານສ່ວນສີຕ່າງໆ ມີຄວາມໝາຍດັ່ງນີ້:
- ສີແດງໝາຍເຖິງການຕໍ່ສູ້ເພື່ອກູ້ເອກະລາດຂອງຊາວຫວຽດນາມ.
- ສີເຫຼືອງໝາຍເຖິງຊາວຫວຽດນາມ.
+ພາຍຫລັງລວມຊາດຫວຽດນາມໃນປີ 1976 ຄວາມໝາຍຂອງທຸງໄດ້ມີການອະທິບາຍໃໝ່ໃນທາງການເມືອງວ່າ
- ສີແດງໝາຍເຖິງການປະຕິວັດໂດຍຊົນຊັ້ນກຳມະຊີບ.
- ດາວສີເຫຼືອງ ໝາຍເຖິງການຊີ້ນຳຂອງພັກຄອມມຸຍນິດຫວຽດນາມ.
ຂອບໃຈຂໍ້ມູນ: hilight.kapook.com,laopost.com
No comments:
Post a Comment