ປະເທດລາວກັບອາຊຽນ - Asean 10

ປະເທດລາວກັບອາຊຽນ

ບົດບາດລາວໃນອາຊຽນ

ໃນໄລຍະການພັດທະນາປະເທດກ່ອນເຂົ້າສູ່ການເຂົ້າເປັນປະເທດສາມາຊິກອາຊຽນນັ້ນ ປະເທດລາວມີນະໂຍບາຍທີ່ສະແດງໃຫ້ເຫັນເຖິງການກຽມຄວາມພ້ອມເຂົ້າສູ່ອາຊຽນຢ່າງສຳຄັນ ປະເທດລາວມີການປັບນະໂຍບາຍ ແລະ ແຜນການພັດທະນາເສດຖະກິດ ແລະ ສັງຄົມຕັ້ງໜ້າໃຫ້ສອດຄ່ອງກັບອາຊຽນ ໂດຍໃນແຜນການພັດທະນາເສດຖະກິດ ແລະ ສັງຄົມ ສະບັບທີ່ 4 (2539 – 2543) ໄດ້ກໍານົດໃຫ້ລາວສ້າງຄວາມຮ່ວມມືກັບປະເທດເພື່ອນບ້ານ ແລະ ປະເທດຕາເວັນຕົກໃຫ້ຫຼາຍຂື້ນ ແລະ ຍັງໄດ້ອະນຸຍາດໃຫ້ເອກກະຊົນ ແລະ ນັກລົງທຶນຕ່າງຊາດສາມາດມາລົງທຶນໄດ້ຢ່າງເສລີໃນຖຸລະກິດຕະລອດເຖິງການສົ່ງເສີມການພັດທະນາດ້ານຄົມມະນາຄົມ ແລະ ການສື່ສານ ເຊິ່ງເປັນສິ່ງຈຳເປັນໃນການພັດທະນາການຄ້າ ແລະ ອຸສາຫະກຳຂອງຊາດ ອີກທັ້ງການປັບປ່ຽນໂຄງສ້າງການບໍລິຫານງານພາກລັດ ແລະ ກົດໝາຍໃຫ້ສອດຄ່ອງກັບການລົງທຶນຈາກຕ່າງປະເທດ ໂດຍມີລະບຽບແບບແຜນຫຼາຍຂື້ນ ແລະ ສ້າງຄວາມໝັ່ນໃຈໃຫ້ກັບບໍລິສັດຕ່າງຊາດໃນການເຂົ້າມາລົງທຶນໃນລາວ ການກຽມຄວາມພ້ອມຂອງບຸຄະລາກອນລວມທັ້ງໃຫ້ຄວາມຮ່ວມມືໃນການກຽມພ້ອມເພື່ອການປະຕິບັດພັນທະຂໍ້ຕົກລົງຕ່າງໆຂອງອາຊຽນ ແລະ ການກຳນົດພາລະກິດທີ່ສຳຄັນຫຼັງຈາກເຂົ້າເປັນສະມາຊິກທີ່ຈະຕ້ອງເລັ່ງດຳເນີນການທາງການທູດ ໂດຍເປີດສະຖານທູດລາວຢ່າງເປັນທາງການໃນປະເທດສະມາຊິກອາຊຽນໃຫ້ຄົບທຸກປະເທດ.
ຢ່າງໃດກໍ່ຈາມໃນສະຖານະການປັດຈຸບັນເມື່ອພິຈາລະນາໃນດ້ານບົດບາດຂອງປະເທດລາວໃນຖານະສ່ວນໝຶ່ງຂອງປະຊາຄົມອາຊຽນ ແລະ ໂລກ ຈະເຫັນວ່າປະເທດລາວມີຄວາມໂດນເດັ່ນໃນດ້ານຊັບພະຍາກອນທຳມະຊາດທີ່ຫຼາກຫຼາຍ ແລະ ອຸດົມສົມບູນ ໂດຍສະເພາະນ້ຳ ແລະ ແຮ່ທາດຕ່າງໆ ຈຶ່ງເຫັນວ່າການລົງທຶນສ່ວນໃຫຍ່ຢູ່ໃນກຸ່ມໂຄງສ້າງພື້ນຖານພະລັງງານນ້ຳ ແລະ ເໝືອງແຮ່ ອີກທັ້ງປະເທດລາວຍັງມີການເມືອງທີ່ເສລີພາບ ແລະ ມີຄ່າຈ້າງແຮງງານຕຳ ຂະນະດຽວກັນກໍ່ພົບອຸປະສັກໃນການພັດທະນາຄື: ປະເທດລາວຍັງປະສົບປັນຫາລະບົບສາທາອຸປະໂພກພື້ນຖານທີ່ຍັງບໍ່ພັດທະນາ ການຄົມມະນາຄົມບໍ່ສະດວກ ການໃຫ້ບໍລິການທາງດ້ານສາທາລະນະສຸກຍັງບໍ່ທົວເຖິງປະຊາກ່ອນທີຢູ່ຫ່າງໄກ ປະເທດລາວມີຂໍ່ຈຳກັດທາງດ້ານພູມສັນຖານທີ່ມີພື້ນທີ່ສ່ວນໃຫຍ່ເປັນພື້ນທີ່ສູງ ແລະ ພູເຂົາ ແລະ ບໍ່ມີທາງອອກສູ່ທະເລ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຂັດຂວາງການພັດທະນາເສດຖະກິດຂອງປະເທດລາວຢ່າງສຳຄັນ.
ປະເທດລາວຍັງໄດ້ເລັງເຫັນຄວາມສຳຄັນໃນການຮ່ວມມືກັບປະເທດອາຊຽນ ເພື່ອຊ່ວຍກັນປະສານສັກກະຍາພາບຂອງແຕ່ລະປະເທດສະມາຊິກອາຊຽນ ກໍ່ໃຫ້ເກີດຄວາມເຂັ້ມແຂງທາງເສດຖະກິດຂອງພູມິພາກໂດຍລວມດັງນັ້ນ ລາວຈຶ່ງໄດ້ສະໜັບສະໜຸນໃຫ້ອາຊຽນດຳເນີນການເພື່ອເລັ່ງລັດການຈັດຕັ້ງປະຊາຄົມເສດຖະກິດປະຊາຄົມອາຊຽນ (ASEAN Economic Community) ໃຫ້ແລ້ວໃນປີ ພ.ສ 2558 ໂດຍໃນປີ ພ.ສ 2554 ລັດຖະບານລາວໄດ້ວາງແນວທາງໃນການບໍລິຫານເສດຖະກິດ ແລະ ສັງຄົມຂອງປະເທດລາວໃຫ້ກ້າວເຂົ້າສູ່ຄວາມທັນສະໄໝ ໂດຍປະກາດນະໂຍບາຍນຳປະເທດກ້າວສູ່ປະເທດອຸສາຫະກຳ ແລະ ຄວາມທັນສະໄໝເພື່ອໃຫ້ລາວບັນລຸເປົ່າໝາຍການຈັດຕິ້ງປະຊາຄົມເສດຖະກິດອາຊ້ຽນ (AEC) ໃຫ້ໄດ້ໂດຍໄວ ໂດຍມີການປັບປຸງກົດໝາຍ ແລະ ແຜນພັດທະນາເສດທະກິດລາວໃນປີ ພ.ສ 2554 – 2558 ເຊິ່ງກຽມຮັບກັບການເປັນປະຊາຄົມອາຊ້ຽນ ເຊິ່ງຫາກສຶກສາການວ່າງແຜນເສດຖະກິດ ແລະ ກົດໝາຍການລົງທຶນຈະພົບວ່າ ປະເທດລາວມີຄວາມສຳຄັນໃນການພັດທະນາຊັບພະຍາກອນມະນຸດ ແລະ ຮັບຄວາມຊ່ວຍເຫຼືອຈາກປະເທດຕ່າງໆໃນພູມີພາກ.
ດ້ານບົດບາດການເປັນປະທານອາຊຽນ ການເປັນສະມາຊິກອາຊ້ຽນນັບເປັນພາລະທີໜັກ ແລະ ຍຶ່ງໃຫຍ່ສຳລັບປະເທດລາວ ນັບຕັ້ງແຕ່ເປີດປະເທດ ແລະ ມີຄວາມສຳພັນທາງການທູດກັບປະເທດຕ່າງໆ ເຊິ່ງລາວບໍ່ເຄຍເຂົ້າຮ່ວມອົງກອນລະຫວ່າງປະເທດມາກ່ອນ ການເຂົ້າຮ່ວມປະຊຸມອາຊຽນໃນປັນຫານານາຊາດຈື່ງເປັນສິ່ງທີ່ທ້າທາຍສຳລັບປະເທດລາວ ຫຼັງຈາກການເຂົ້າຮ່ວມເປັນສະມາຊິກອາຊ້ຽນ ປະເທດລາວໃນຖານະສະມາຊິກໃໝ່ ໄດ້ຮັບບົດບາດສຳຄັນໃນເວທີອາຊຽນໂດຍການເປັນເຈົ້າພາບຈັດກອງປະຊຸມຜູ້ນຳອາຊຽນຄັ້ງທີ່ 10 ທີ່ນະຄອນຫຼວງວຽງຈັນ ໃນວັນທີ 29 – 30 ເດືອນພະຂິກ ພ.ສ 2547 ນັບເປັນຄັ້ງທຳອິດຂອງປະເທດລາວທີ່ໄດ້ເຮັດໜ້າທີ່ໃນການຈັດການກອງປະຊຸມລະດັບນານາຊາດ ໂດຍປະເທດລາວໄດ້ຈັດສັນງົບປະມານໃນການປັບປຸງຖະໜົນຫົນທາງ ແລະ ການຕົກແຕ່ງປະດັບປະດາເສັ້ນທາງສາຍຫຼັກຢ່າງສວຍງາມ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ຜູ້ທີ່ເຂົ້າຮ່ວມກອງປະຊຸມສະແດງເຖິງຄວາມເປັນໜ້າເປັນຕາຂອງປະເທດລາວໃນຖານະເຈົ້າພາບຈັດສຸດຍອດກອງປະຊຸມອາຊຽນ.

No comments:

Post a Comment