ພາທ່ຽວອາຊຽນ
10 ເມືອງທີ່ໜ້າທ່ອງທ່ຽວໃນອາຊຽນ:
ມື້ນີ້ເຮົາຈະມາແນະະນຳ 10 ເມືອງທີ່ໜ້າທ່ຽວຂອງປະເທດໃນອາຊຽນ ວ່າແຕ່ລະເມືອງມີສະເໜ່ທີ່ແຕກຕ່າງກັນ ແລະ ມີເອກະລັກ ວັດທະນາທຳ ທຳມະຊາດ ກັນແນວໃດ
1.ຮອຍອັນ ປະເທດຫວຽດນາມ(Hoi An, Vietnam)
![](http://asean.la/wp-content/uploads/2017/08/hoian-riverside-678x381.jpg)
ຮອຍອັນເປັນເມືອງນ້ອຍໆ ທີ່ເຕັມໄປດ້ວຍສະເໜ່ຂອງຫວຽດນາມ ຖ້າຍ່າງຫຼີ້ນໃນເມືອງຈະພົບກັບວັດເກົ່າແກ່ ບ້ານແບບບູຮານ ແລະ ບັນຍາກາດຄ້າຍຄືກັບໄປໃນອະດິດ ຮອຍອັນຈຶ່ງຖືກເລືອກໃຫ້ເປັນໜຶ່ງໃນເມືອງມໍລະດົກໂລກໂດຍ UNESCO ແລະ ເມື່ອທ່ານມາຮອຍອັນສິ່ງທີ່ຂາດບໍ່ໄດ້ຄືອາຫານພື້ນເມືອງຂອງຫວຽດນາມທີ່ມີໃຫ້ເລືອກຫຼາຍຢ່າງ
ສະຖານທີ່ແນະນຳທີ່ທ່ານຄວນໄປ
- ສະມາຄົມຟຸກກຽນ (Phouc Kien Assembly Hall) – ແມ່ນສູນກາງຂອງການທ່ອງທ່ຽວຊົມເມືອງບູຮານຮອຍອັນເປັນສະມາຄົມຂອງຊາວຈີນທີ່ໃຫຍ່ແລະເກົ່າແກ່ທີ່ສຸດໃນຮອຍອັນ
- ສະພານຢີ່ປຸ່ນ (Japanese Covered Bridge) – ໜຶ່ງໃນສັນຍາລັກຂອງຮອຍອັນ ກໍ່ສ້າງໂດຍຊາວຊຸມຊົນຊາວຢີ່ປຸ່ນເມື່ອ 400 ກວ່າປີກ່ອນ
- ແມ່ນ້ຳໂບນ (Thu Bon River) – ແມ່ນຳ້ສາຍສຳຄັນຂອງເມື່ອງຮອຍອັນ ປະນຈຸບັນສອງຝັ່ງຂອງແມ່ນຳ້ເປັນທີ່ຕັ້ງຂອງຮ້ານອາຫານ ບາ ຄາເຟ ແລະ ຮ້ານຄ້າຕ່າງໆ ເປັນຈຸດທີ່ນັກທ່ອງທ່ຽວນິຍົມກັນຫຼາຍ
- ຫາດເກົາໄດ໋ (Cao Dai Beach) – ອອກຈາກເຂດເມືອງເກົ່າໄປບໍ່ໄກ ຈະພົບເຫັນຊາຍຫາດງາມໆ ບັນຍາກາດສະເຫງົາ ບໍລິເວນຊາຍຫາດຍັງມີຮ້ານອາຫານທີ່ແຊບຫຼາຍຮ້ານໃຫ້ເລືອກນຳອີກ
![](http://asean.la/wp-content/uploads/2017/08/hoi-an-10-tours1-678x336.jpg)
ການເດີ່ນທາງໄປທ່ຽວຮອຍອັນ
- ເລີ່ມຈາກໄປທີ່ແຂວງສະຫວັນນະເຂດ ຈາກນັ້ນຕໍ່ລົດເມໄປລົງເມືອງດານັງ ປະເທດຫວຽດນາມ ຈາກດານັງມີລົດປະຈຳທາງໄປຮອຍອັນ ອອກທຸກເຄິ່ງຊົວໂມງ
- ຂີ່ຍົນໄປລົງທີ່ເມືອງດານັງ ແລ້ວ ຈຶ່ງຕໍ່ລົດໄປຮອຍອັນ
2.ຫຼວງພະບາງ ປະເທດລາວ(Luangprabang, Laos)
![](http://asean.la/wp-content/uploads/2017/08/d0224712_893672-678x381.jpg)
ຫຼວງພະບາງເປັນເມືອງຂະໜາດນ້ອຍແຄມແມ່ນຳ້ຄານ ເປັນເມືອງທີ່ຖືກຈັດໃຫ້ເປັນເມືອງມໍລະດົກໂລກ ເໝາະສຳລັບຄົນທີ່ຍາກໃຊ້ຊິວິດຊ້າໆ ຍ່າງເລາະຫຼີ້ນແບບບໍ່ຕ້ອງຄິດຫຍັງຫຼາຍ ເຂົ້າວັດ ຊົມທຳມະຊາດແລະຖ້າໄປທ່ຽວກໍ່ຫ້າມພາດກາເຟລາວເດັດຂາດ ເພາະວ່າຄວາມແຊບແມ່ນບໍ່ແພ້ບ່ອນອື່ນເລີຍ ຖ້າຍາກທ່ຽວແບບເຢັນສະບາຍຕ້ອງໄປປະມານເດືອນພະຈິກ-ເດືອນມີຖຸນາ ແຕ່ອາກາດຂ້ອນຂ້າງຮອນໜ້ອຍໜຶ່ງ
![](http://asean.la/wp-content/uploads/2017/08/alms-luang-prabang-678x381.jpg)
![](http://asean.la/wp-content/uploads/2017/08/alms-luang-prabang-678x381.jpg)
ສະຖານທີ່ແນະນຳທີ່ທ່ານຄວນໄປ
- ວັດຊຽງທອງ (wat Xieng Thong) – ວັດເກົ່າແກ່ສະຖານປັນຕະຍາກຳແບບລ້ານຊ້າງ ເປັນໜຶ່ງໃນສະຖານທີ່ເປັນຈຸດເດັ່ນຂອງຫຼວງພະບາງເລີຍທີ່ດຽວ
- ວັດໃໝ່ສຸວັນນາພູຄຳ (Wat Mai Suwannaphumaham) – ຫຼື ເວົ້າງ່າຍວ່າວັດໃໝ່ ເຄີຍເປັນທີ່ປະດິດສະຖານພະບາງ ເຊິ່ງແມ່ນພະພຸດທະຮູບຄູ່ເມືອງຫຼວງພະບາງ
- ຖຳ້ຕິ່ງ (Tam Ting Cave) – ແມ່ນຢູ່ຫ່າງຈາກຕົວເມືອງຫຼວງພະບາງປະມານ 25 ກມ. ສະໄໝບູຮານເປັນທີ່ສັກກະລະບວງດວງວິຍານ ຜີຟ້າ ເທວະດາຜາຕິ່່ງ
- ພະລາດຊະວັງຫຼວງພະບາງ (Royal Palace) – ຢູ່ກົງກັນຂ້າມທາງຂື້ນພະທາດພູສີ ແຕ່ກ່ອນເປັນພະລາດຊະວັງ ປະຈຸບັນເປັນບ່ອນເກັບວັດຖຸສຳຄັນ ແລະ ເປັນທີ່ປະດິດສະຖານຂອງ ພະບາງ ພະພຸດທະຮູບຄູ່ບ້ານຄູ່ເມືອງຫຼວງພະບາງ (ຖ້າຈະເຂົ້າຕ້ອງແຕ່ງກາຍສຸພາບ ຜູ້ຍິງຕ້ອງໃສ່ສິ້ນ)
- ນຳ້ຕົກກວາງຊີ (Kuang Si Waterfall) – ແມ່ນຢູ່ຫ່າງຈາກຕົວເມືອງຫຼວງພະບາງປະມານ 32 ກມ.ນຳ້ຕົກກວາງຊີ ເປັນນຳ້ຕົກທີ່ງາມທີ່ສຸດແລະຂະໜາດໃຫ່ຍທີ່ສຸດໃນຫຼວງພະບາງ
- ນຳ້ຕັກຕາດແສ້ (Tad Sae Waterfall) – ແມ່ນຢູ່ຫ່າງຈາກຕົວເມືອງຫຼວງພະບາງປະມານ 15 ກມ. ລະດັບນຳ້ຕົດບໍ່ສູງຫຼາຍ ເປັນຄືກັບບ່ອນລ່ອຍນຳ້ຂະໜາດໃຫຍ່ເໝາະກັບການລົງເລ່ນນຳ້
- ຕະຫຼາດເຊົ້າ – ຢູ່ໃຈກາງເມືອງ ຄົນຫຼວງພະບາງຈະພາກັນມາຈັບຈ່າຍຊື້ຂອງກັນບ່ອນນີ້ ມີທັງອາຫານສົດ ອາຫານແຫ້ງຫຼາຍຊະນິດ
![](http://asean.la/wp-content/uploads/2017/08/Kuang-Si-Waterfall-near-Luang-Prabang-678x336.jpg)
ການເດີ່ນທາງໄປທ່ຽວຫຼວງພະບາງ
- ເດີ່ນທາງດ້ວຍລົດສ່ວນແມ່ນຈະໃຊ້ເວລາໃນການເດີ່ນທາງປະມານ 7-8 ຊົ່ວໂມງ ຖ້າອອກຈາກນະຄອນຫຼວງວຽງຈັນ
- ເດີ່ນທາງດ້ວຍລົດເມ ຫຼື ລົດຕູ – ຕໍ່່່່່່ລົດຈາກຄິວລົດສາຍເໜືອໄປຫຼວງພະບາງເລີຍ
- ເດີ່ນທາງຜ່ານສາຍການບິນ ເຊິ່ງໃຊ້ເວລາພຽງຊົ່ວໂມງດ່ຽວກໍຮອດຫຼວງພະບາງ
3. ວັງວຽງ (VangVieng, Laos)
![](http://asean.la/wp-content/uploads/2017/08/iStock_000011227262_Small-678x381.jpg)
ວັງວຽງເປັນເມືອງທີ່ມີສະເໝ່ ໄດ້ຂື້ນຊື່ວ່າເປັນເມືອງໜື່ງທີ່ງາມທີ່ສຸດໃນລາວ ເພາະເຕັມໄປດ້ວຍພູຜ້າ ຖຳ້ ສາຍນຳ້ ເຮັດໃຫ້ວັງວຽງຖືກຍ້ອງຍໍໃຫ້ຄ້າຍຄື ເມືອງກຸ້ຍຫຼິນ ເປັນເມືອງທີ່ມີຄວາມອຸດົມສົມບູນ ບັນຍາກາດດີ ເປັນອີກຈຸດໝາຍປາຍທາງທີ່ເໝາະແກ່ກັບຄົນທີ່ຍາກຈະມາຜັກຜ່ອນຢູ່ກັບທຳມະຊາດ ແຄມແມ່ນຳ້ຊ່ອງ ຊົມພູເຂົາ ຊິວິດແບບລຽບງ່າຍ ຈຶ່ງໄດ້ເຮັດໃຫ້ເປັນທີ່ຍອດນິຍົມຂອງນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ
![](http://asean.la/wp-content/uploads/2017/08/Kayaking-in-Vang-Vieng-678x381.jpg)
ສະຖານທີ່ແນະນຳທີ່ທ່ານຄວນໄປ
- ລ່ອງເຮືອຄາຍັກເທິງແມ່ນ້ຳຊອງ ທ່ານສາມາດຕິດຕໍ່ ຂໍໃຊ້ບໍລິການໄດ້ຈາກເຄົາເຕີທົວພາຍໃນຕົວເມືອງວັງວຽງທີ່ມີໃຫ້ເລືອກຫຼວງຫຼາຍ ຈາກນັ້ນເລືອກຊ່ວງເວລາທີ່ຈະໄປເລິ່ມຕົ້ນການລ່ອງ ໂດຍກິດຈະກຳລ່ອງຄາຍັກເທິງແມ່ນ້ຳຊອງຈະໃຊ້ເວລາປະມານ 4-6 ຊົ່ວໂມງ ເຊິ່ງຖ້າໄປລ່ອງໃນຊ່ວງລະດູແລ້ງນີ້ຈະໃຊ້ເວລາອ່າວດົນກວ່າ ແຕ່ສຳລັບລະດູຝົນການລ່ອງຄາຍັກແມ່ນຈະມີທັງຄວາມໄວ ແລະ ຄວາມແຮງ ເຊິ່ງຈະມ່ວນທີ່ສຸດເລີຍ.
- ຂື້ນຂີ່ບັນລຸຊົມທິວທັບເມືອງວັງວຽງ ແລະ ເມື່ອຕາມແລງມາກໍ່ຍ່າງເລາະຫາກິນແຊບທີ່ຫາໄດ້ງ່າຍຕະຫຼອດແຄມທາງ
- ຊົມຖ້ຳງາມໃນວັງວຽງ ເມືອງວັງວຽງນອກຈາກຈະເປັນເມືອງທີ່ສວຍງາມທີ່ຖືກໂອບອ້ອມດ້ວຍໜ່ວຍພູແລະຜາຫິນອັນສະຫຼັບຊ້ອນ ພ້ອມທັງສາຍນ້ຳຊອງທີ່ແສນງາມແລ້ວ ຍັງມີຖ້ຳທີ່ໜ້າທ່ອງທ່ຽວຈຳນວນຫຼວງຫຼາຍ ເຊັ່ນ ຖ້ຳຈັງ, ຖ້ຳຊ້າງ, ຖ້ຳຫອຍ, ຖ້ຳພູຄຳ, ຖ້ຳນ້ຳ, ຖ້ຳນອນ ແລະຜາຕັ້ງ.
![](http://asean.la/wp-content/uploads/2017/08/sa-laos-vangvieng-kayakgroup102008_resize-Lm-600x381.jpg)
4.ບາລີ ປະເທດອິນໂນເນເຊຍ(Bali, Indonesia)
![](http://asean.la/wp-content/uploads/2017/08/bali-tourism-board-678x381.jpg)
![](http://asean.la/wp-content/uploads/2017/08/bali-Indonesia-678x381.jpg)
ສະຖານທີ່ແນະນຳທີ່ທ່ານຄວນໄປ
- ວັດທານາລໍອົດ (Pura Tanah Lot) – ວິຫານຢູ່ເທິງຜາຫີນນອກສາຍຝັງ ອະນຸຍາດໃຫ້ເຂົ້າໄປຂ້າງໃນໄດ້ສະເພາະຜູ້ມາສັກກະລະເທົ່ານັ້ນ ຫາກນັກທ່ອງທ່ຽວຕ້ອງການມາຊົມຄວາມສວຍງາມສາມາດຊົມໄດ້ຈາກເນີນຫີນທີ່ຢູ່ໃກ້ໆກັນ
- ວັດອູລູວາຕູ (Pura Uluwatu) – ໜຶ່ງໃນວັດສຳຄັນຂອງບາລີ ຕັ້ງຢູ່ເທິງໜ້າຜາແຄມທະເລ ໃຜທີ່ຈະມາບ່ອນນີ້ແມ່ນຕ້ອງໃຫ້ລະວັງລີງລັກເຄື່ອງພ້ອມ
- ຫາດກູຕ້າ (Kuta Beach) – ເປັນທີ່ຕັ້ງຂອງຮີສອດຍອດຮິດໃນເມືອງບາລີ ຊາຍຫາດກູຕ້າ ນີ້ມີນັກທ່ອງທ່ຽວມາບໍ່ຂາດສາຍ
![](http://asean.la/wp-content/uploads/2017/08/Beautiful-tropical-beach-with-fishermans-boats-in-Nusa-Dua-on-Bali-Indonesia.-678x381.jpg)
ການເດີ່ນທາງໄປທ່ຽວບາລີ
- ແມ່ນເດີ່ນທາງໄປນຳສາຍການບິນໄທ ເຊິ່ງມີສາຍການບິນ ທີ່ບິນຕົງຢູ່ 2 ນັ້ນກໍ່ຄື Air asia ແລະ ການບິນໄທ
5.ໂບລາເຄ ປະເທດພິລິປິນ(Boracay, Philippines)
![](http://asean.la/wp-content/uploads/2017/08/Boracay-Philippines4-678x381.jpg)
ໂບລາເຄເປັນເກາະບໍ່ໃຫຍ່ແຕ່ງາມຈົນຕິດອັນດັບໂລກ ມີສາຍຫາດທີ່ຍາວ 4ກມ ຊາຍຫາດຂອງເກາະນີ້ເອີ່ນວ່າ White Beach ທີ່ທັງໂຮງແຮມແລະຮີສອດລະດັບຫ້າດາວ ມີຮ້ານຄ້າ ຮ້ານອາຫານ ບາ ແລະ ມີບ່ອນໃຫ້ປາຕີ້ກັນຢ່າງເຕັມທີ່ ຖ້າຍາກຫາບັນຍາກາດດີໆ ພັກຜ່ອນສະບາຍໆ ຕ້ອງໄປທີ່ທາງໃຕ້ສຸດຂອງຫາດ ແລະ ຊ່ວງທີ່ນັກທ່ອງທ່ຽວນິຍົມໄປຫຼາຍ ແມ່ນເດືອນພະຈິກຂື້ນໄປ
![](http://asean.la/wp-content/uploads/2017/08/Boracay-Philippines1-678x381.jpg)
ການເດີ່ນທາງໄປທ່ຽວໂບລາເຄ
- ເດີ່ນທາງຈາກລາວໄປຍັງມະນິລາກ່ອນ ແລ້ວຈຶ່ງຕໍ່ເຄື່ອງບິນໄປລົງສະໜາມບິນ Caticlan ຫຼື Kalibo ຈາກນັ້ນຈຶ່ງຕໍ່ລົດໄປຍັງເກາະໂບລາເຄຍ
6.ສິງກະໂປ (Singapore)
![](http://asean.la/wp-content/uploads/2017/08/singorpore-678x381.jpg)
ຖ້າເວົ້າເຖິງສິງກະໂປ ທຸກໆຄົນອາດຈະຮູ້ຂໍ້ມູນຢູ່ແລ້ວ ເຖິງຈະເປັນປະເທດຂະໜາດນ້ອຍ ແຕ່ສິງກະໂປກໍ່ມີບ່ອນທ່ຽວໃຫ້ທ່ຽວຫຼາຍໆບ່ອນ ນອກຈາກສະຖານທີ່ທ່ອງທ່ຽວລາກຫຼາຍແລ້ວ ຄວາມສະດວກສະບາຍແລະຄວາມປອດໄພໃນການເດີ່ນທາງທີ່ຂອນຂ້າງດີ ເຮັດໃຫ້ການທ່ອງທ່ຽວໃນສິງກະໂປເປັນເລື່ອງງ່າຍ ໃຜໆກໍ່ສາມາດໄປທ່ຽວເອງໄດ້
![](http://asean.la/wp-content/uploads/2017/08/singorpore2-678x381.jpg)
ສະຖານທີ່ແນະນຳທີ່ທ່ານຄວນໄປ
- Universal Studios Singapore ເປັນທີ່ຍອດນິຍົມທີ່ທຸກໆບໍ່ຄວນພາດ ເຊິ່ງຢູ່ໃກ້ໆກັບ Universal Studios ເທິງເກາະ Sentosa ຍັງມີສະຖານທີ່ທ່ອງທ່ຽວອຶ່ນໆ ອີກຫຼາຍ
- Singapore Flyer ຊິງຊ້າສະຫວັນທີ່ສາມາດຊົມວິວໄດ້ແບບ 360ອົງສາ ເຊິ່ງສາມາດເຫັນວິວສິງກະໂປທັງທົ່ວກາງວັນ ແລະ ກາງຄືນອີກດ້ວຍ
- Garden by the Bay ແມ່ນຈຸດ Flower Dome ຈັດສະແດງດອກໄມ້ນານາພັນທີ່ຕົກແຕ່ງຢ່າງສວຍງາມ Cloud Forest ຄ້າຍຄືກັບສວ່ນລອຍຟ້າ ແລະ ບໍລິເວນSupertree Grove ຕົ້ນໄມ້ຂະໜາດໃຫ່ຍ ປະດັບປະດາດ້ວຍແສງໄຟຍາມກາງຄືນ
- China Town ອີກໜຶ່ງຢ່າງທີ່ມີສີສັນ ເພາະບ່ອນນີ້ລວມວັດທະນາທຳເກົ່າແລະໃໝ່ໄວ້ນຳກັນດ້ວຍຄວາມລົງຕົວ
- Marina Bay Sands ໂຮງແຮມລະດັບຫ້າດາວ ທີ່ພາຍໃນມີທັງຫ້າງປະສັບສິນຄ້າ ຄາສິໂນ ແລະ ຮ້ານ ອາຫານ
![](http://asean.la/wp-content/uploads/2017/08/singorpore3-678x381.jpg)
ການເດີ່ນທາງໄປທ່ຽວສິງກະໂປ
- ການເດີ່ນທາງຈາກລາວໄປສິງກະໂປມີຫຼາຍສາຍບິນໃຫ້ເລືອກ ເຊິ່ງໃຊ້ເວລາໃນກາານເດີ່ນທາງປະມານ 2ຊົ່ວໂມງກວ່າໆ
7.ບາງກອກ ປະເທດໄທ(BangKok, Thailand)
![](http://asean.la/wp-content/uploads/2017/08/Wat-Phra-Kaew-01-1-600x381.jpg)
ດິນແດນທີ່ເຕັມໄປດ້ວຍທີ່ໜ້າສົນໃຈ ບາງກອກເປັນເມືອງຫຼວງຂອງໄທທີ່ມີຂະໜາດໃຫ່ຍທີ່ເຕັມໄປດ້ວຍຜູ້ຄົນ ແລະ ມີສະຖານທີ່ໃຫ້ທ່ຽວເປັນຈຳນວນຫຼວງຫຼາຍ ບໍ່ວ່າຈະເປັນວັດວາອາຣາມເຊັ່ນ ວັດພະແກ້ວ ວັດແຈ້ງ ນອກຈາກນີ້້ມີແຫ່ງຂອງກິນຊື່ດັງທີ່ຢູ່ທົ່ວກຸງເທບ ດ້ານແສງສີຍາມຄ້ຳຄືນກໍ່ເປັນທີ່ດຶງດູດຂອງນັກທ່ອງທ່ຽວ. ກຸງເທບຖືໄດ້ຖືເປັັນປາຍທາງທີ່ທຸກຄົນມັກມາທ່ຽວຊົມ ແລະ ທ່ອງທ່ຽວທີ່ມີນັກທ່ອງທ່ຽວເຂົ້າມາເປັນຈຳນວນຫຫຼາຍຕິດອັນດັບຂອງໂລກ
![](http://asean.la/wp-content/uploads/2017/08/bang-3-678x381.jpeg)
ສະຖານທີ່ແນະນຳທີ່ທ່ານຄວນໄປ
- ເຍົາວະລາດ – ເປັນຖະໜົນສາຍໜຶ່ງໃນກຸງເທບ ທີ່ໄດ້ຮັບການກ່າວຂະໜານແລະຂະໜານນາມວ່າເປັນຖະໜົນມັງກອນ ໄລຍະທາງຍາວຕະຫຼອດເສັ້ນທາງຖະໜົນປະມານ 1ກມ ນອກຈາກເປັນຊຸມຊົນຊາວຈີນແລະຊາວໄທເຊື້ອສາຍຈີນ ຈັດເປັນແຫ່ງການຄ້າ ຮ້ານອາຫານ ຮ້ານທອງ ເພາະເປັນແຫ່ງທີ່ຖືກຈັດເປັນແຫ່ງທີ່ອາຫານທີ່ມີຂອງກິນແຊບຕະຫຼອດທາງຍ່າງ
- ວັດພະແກ້ວ – ຖືວ່າເປັນວັດຄູ່ບ້ານຄູ່ເມືອງກັນເລີຍທີ່ດ່ຽວ ເຊິ່ງອ້ອມຮອດ້ວຍສະຖານປະຕະຍາກຳແລະສິລະປະກຳອັນຊົງຄຸນຄ່າ ງົດງາມ ແລະ ສວຍງາມ
8.ສຽບຣຽບປະເເທດກຳປູເຈຍ(Seim Reap, Combodia)
![](http://asean.la/wp-content/uploads/2017/08/asean_1_1-678x381.jpg)
ສຽບຣຽບເປັນທີ່ຮູ້ຈັກກັນດີວ່າເປັນທີ່ຕັ້ງຂອງນະຄອນວັດ 1ໃນ7 ສິ່ງມະຫັດສະຈັນຂອງໂລກຍຸດໃໝ່ ເປັນແຫ່ງທ່ອງທ່ຽວທາງປະຫວັດຕິສາດທີ່ສຳຄັນຫຼາຍຂອງກຳປູເຈຍ ແຕ່ສຽບຣຽບກໍ່ບໍ່ໄດ້ມີແຕ່ປະສາດເທົ່ານັ້ນ ນັກທ່ອງທ່ຽວສາມາດປ່ຽນບັນຍາກາດໄປຂີ່ເຮືອຊົມວິທີຊິວິດຊາວປະມົງທີ່ໝູ່ບ້ານລອຍນຳ້ໃນທະເລສາບທີ່ໃໝ່ີ່ສຸດໃນເອເຊຍຕະເວັນອອກສຽງໃຕ້ໄດ້
![](http://asean.la/wp-content/uploads/2017/08/asean_1_2-1-678x381.jpg)
ສະຖານທີ່ແນະນຳທີ່ທ່ານຄວນໄປ
- ອັງກໍວັດ (Angkor Wat – Angor Thom) – ຖ້ານຶກເຖິງສະຖານທີ່ທ່ອງທ່ຽວໃນກຳປູເຈ້ຍກໍ່ຕ້ອງນຶກເຖິງທີ່ນີ້ເປັນແຫ່ງທຳອິດ ທີ່ປຽບເໝືອນສັນຍະລັກຂອງເມືອງເສືອງລຽບໄປແລ້ວ
- ປະສາດຕາພົມ (Ta Prohm) – ເປັນວັດໃນພຸດທະສາດສະໜາແລະວິຫານຫຼວງ ເຊິ່ງມີຫາກໄມ້ກ້ຽວພາດຢູ່ເທິງປະສາດ
- ປະສາດບັນທາຍ (Banteay Srei) – ດ້ວຍລວດລາຍສິລະປະເທິງຕົວປະສາດທີ່ສວຍງາມເປັນເອກະລັກ ເຮັດໃຫແຫ່ງນີ້ໄດ້ຂື້ນຊື່ວ່າເປັນໜຶ່ງໃນປະສາດຫີນທີ່ງາມທີ່ສຸດໃນກຳປູເຈ້ຍ
- ທະເລສາບໂຕນ (TonIe Sap) – ທະເລສາບນຳ້ຈືດທີ່ໃຫ່ຍທີ່ສຸດໃນເອເຊຍຕະເວັນອອກສຽງໃຕ້ ຄອບຄຸມພື້ນທີ່ 5 ແຂວງຂອງກຳປູເຈ້ຍລວມທັງເສືອງລຽບນຳ
![](http://asean.la/wp-content/uploads/2017/08/mm-678x381.jpg)
ການເດີ່ນທາງໄປທ່ຽວສຽບຣຽບ
- ບິນຕົງຈາກ ນະຄອນຫຼວງວຽງຈັນ ຫຼື ປາກເຊໄປສຽບຣຽບ ປັດຈຸບັນສາຍການບິນທີ່ໃຫ້ບໍລິການແມ່ນ ສາຍການບິນລາວ
9.ຊະວາຕະເວັນອອກ (East Java, Indonesia)
![](http://asean.la/wp-content/uploads/2017/08/asean_8_1-1-678x381.jpg)
ໜຶ່ງໃນເມືອງທ່ອງທ່ຽວຍອດນິຍົມຂອງອິນໂດເນເຊຍ ເພາະເປັນທີ່ຕັ້ງຂອງພູເຂົາໄຟໂບລະໂມທີ່ຍັງມີຄວນກະທຸອອກມາຢູ່ຕະຫຼອດ ສ່ວນໃຫ່ຍນັກທ່ອງທ່ຽວຈະເດີ່ນທາງຂື້ນໄປເທິງພູເຂົາໄຟຊ່ວງຟ້າສະຫວ່າງ ເພື່ອໃຫ້ທັງເບິ່ງພະອາທິດຂື້ນ ນອກຈາກນີ້ຍັງມີສະຖານທີ່ທຳມະຊາດໃນເມືອງອື່ນໆ ທີ່ໜ້າສົນໃຈຫຼາຍແຫ່ງ
![](http://asean.la/wp-content/uploads/2017/08/malay-678x381.jpg)
ສະຖານທີ່ແນະນຳທີ່ທ່ານຄວນໄປ
- ພູເຂົາໄຟໂບລະໂມ (Mount Bromo) – ຢູ່ໃນອຸທະຍານແຫ່ງຊາດໂບລະມົດເກີເຊເມຮູ ເຖິງບໍ່ໄດ້ເປັນພູເຂົາທີ່ສູງທີ່ສຸດ ແຕ່ເປັນແຫ່ງທ່ອງທ່ຽວຍອດນິຍົມຂອງນັກທ່ອງທ່ຽວ
- ນ້ໍາຕົກໂຄບັນເປີລາງີ (Coban Pelangi Waterfall) – ຢູ່ທາງຕະເວັນອອກຂອງເມືອງມາລັງ ເປັນສະຖານທີ່ງຽບສະຫງົບ ໃກ້ໆ ກັບນຳ້ຕົກມີຮີສອດນ້ອຍໆ ທີ່ມີວິວສວຍງາມ
- Baluran National Park- ອຸທະຍານແຫ່ງຊາດທີ່ອຸດົມສົມບູນ ໃຈກາງອຸທະຍານເປັນທີ່ຕັ້ງຂອງພູເຂົາໄຟ Baluran
10.ຮາລອງເບ ປະເທດຫວຽດນາມ(Ha Long Bay ,Vietnam)
![](http://asean.la/wp-content/uploads/2017/08/Halong-Bay1-678x381.jpg)
ຮາລອງເບ ມະຫັດສະຈັນແຫ່ງອ່າວມັງກອນນຳ້ຕົກ ຕາມນິທານຂອງຊາວຫວຽດນາມໄດ້ກ່າວວ່າ ເຄີຍມີມັງກອນບູຮານເຊິ່ງລອນລົງໃນອ່າວແຫ່ງນີ້ເມື່ອຄັ້ງດຶກດຳບັ ແລະ ຊື່ຂອງຮາລອງ ກໍ່ແປວ່າ ມັງກອນລອນລົງ ຈາກຄວາມສວຍງາມແລະສົມບູນຂອງອ່າວຮາລອງເບ ເຮັດໃຫ້ແຫ່ງນີ້ຖືກຍົກໃຫ້ເປັນມໍລະດົກໂລກທາງທຳມະຊາດ ຈາກອົງການ UNESCO ໃນປີ 1994 ສະເໝ່ອີກບ່ອນນີ້ກໍ່ຄື ເກາະຫີນປູນເກືອບ 2,000 ເກາະ ເຊິ່ງມີຖຳ້ຫຼາຍທີ່ຖ້າໃຫ້ເຮົາເຂົ້າໄປທ່ຽວຊົມ ແລະ ຍັງມີເຮືອທາຍັກໃຫ້ຂີ່ອີກດ້ວຍ
![](http://asean.la/wp-content/uploads/2017/08/p19qqlha1eg85vgiacvvo11ov051-600x381.jpg)
ດຽວນີ້ມີຄວາມຫຍຸ້ງຍາກຫຼາຍ ທີ່ຈະຊອກຫາບ່ອນພັກເຊົາເມື່ອຂ້ອຍຂ້າມປະເທດຂ້ອຍບໍ່ຄ່ອຍມີເວລາພັກຜ່ອນ ສຳ ລັບຕົນເອງ. ໄດ້ເດີນທາງໄປຕ່າງປະເທດແລະມາໃກ້ປະເທດເພື່ອນບ້ານຂອງພວກເຮົາ ນັ້ນແມ່ນປະເທດລາວພວກເຮົາໄປສະຫວັນນະເຂດ, ພວກເຮົາຂ້າມຂົວມິດຕະພາບໄທ - ລາວ, ພຽງແຕ່ໄປຊອກຫາທີ່ພັກແລະຊອກຫາທີ່ພັກເລກ 1, ສະດວກແລະສະດວກສະບາຍຫຼາຍ, ນັ້ນແມ່ນສະຖານທີ່ Sawan Resort ຫຼື SAVAN88 [SAVAN RESORT ຫຼື SAVAN88]. ມີສິ່ງພິເສດທີ່ພວກເຮົາມັກຫຼາຍ, ມີຄາສິໂນທີ່ມີການກໍ່ສ້າງ, ຫຼີ້ນສະລັອດຕິງ, ບາຊາກ, ຍິງປາ, ແທ່ງ, ຈົບທຸກບ່ອນຢູ່ບ່ອນດຽວ. ທີ່ພັກອາໄສຢູ່ທີ່ນີ້ແມ່ນດີຫຼາຍ, ພິເສດຫຼາຍຈາກທີ່ພັກຕາມປະເພນີ, ຂ້ອຍຂໍແນະ ນຳ. ມີເກມໂມ້ຟ້າຜ່າພະເຈົ້າ, ແນະ ນຳ ໃຫ້ຫລິ້ນງ່າຍ, ມ່ວນຫຼາຍ, ສະ ໝັກ ໄດ້ທີ່ savan88.com
ReplyDeleteຫລື https://line.me/R/ti/p/%40169lywng